ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຈະເຮັດໃຫ້ການຄຸ້ມຄອງທີ່ດິນເປັນລະບົບລວມສູນ

ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຊຸດທີ VIII ໃນວັນທີ 11 ມິຖຸນານີ້, ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແລະ ໃນຕອນເຊົ້າມື້ດັ່ງກ່າວ, ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງ ບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຂຶ້ນສະເຫນີແຜນແມ່ບົດຈັດສັນທີ່ດິນແຫ່ງຊາດຕໍ່ທີ່ປະຊຸມວ່າ: ພາຍຫລັງທີ່ໄດສະຖາ ປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລັດຖະບານໄດ້ກຳນົດນະໂຍບາຍເຕົ້າໂຮມເອົາທີ່ດິນໃຫ້ເປັນຊັບສົມບັດສ່ວນລວມໃນຮູບແບບສະຫະກອນລວມໝູ່ ຫລື ນິຄົມຂອງລັດ, ພັກ ແລະ ລັດຖະບານໄດ້ກຳນົດທິດທາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໂດຍຖືເອົາການພັດທະນາກະສິກຳ ແລະ ປ່າໄມ້ເປັນພຶ້ນຖານຕົ້ນຕໍ, ຖືເອົາການຜະລິດລວມໝູ່ ແລະ ຂອງລັດເປັນເຈົ້າການນຳໜ້າ, ເຮັດໃຫ້ການຄຸ້ມຄອງເປັນໄປຕາມທິດທາງຂອງພັກ-ລັດກໍານົດໄວ້, ແຕ່ໃນປັດຈຸບັນ, ການເຕີບໃຫຍ່ທາງເສດຖະກິດ ແລະ ການຂະຫາຍພື້ນຖານໂຄງລ່າງ ໄດ້ເຮັດໃຫ້ການຄຸ້ມຄອງທີ່ດິນມີບັນຫາຫຍໍ້ທໍ້ຫລາຍດ້ານເກີດຂຶ້ນ ເປັນຕົ້ນແມ່ນການຈັບຈອງທີ່ດິນຊະຊາຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການຕັດໄມ້ທຳລາຍປ່າ, ມີການອະນຸມັດໃຫ້ເຊົ່າ ຫລື ສຳປະທານດິນເປັນບໍລິເວນກ້ວາງ, ກວມເອົາທີ່ດິນບ່ອນຢູ່ອາໃສ, ບ່ອນທຳມາຫາກິນຂອງປະຊາຊົນທີ່ໄດ້ຈັດສັນ ຫລື ມອບໃຫ້ເຂົາເຈົ້າແລ້ວ, ການຊົດເຊີຍບໍ່ສົມເຫດສົມຜົນ, ມີການບຸກລຸກເອົາທີ່ດິນລັດ ແລະ ອື່ນໆ, ຊຶ່ງຜ່ານມາລັດຖະບານ ແລະ ພາກສ່ວນກ່ຽວຂ້ອງໄດ້ຮີບຮ້ອນແກ້ໄຂ, ໂດຍການສ້າງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ເພື່ອໃຫ້ການຄຸ້ມຄອງ ແລະ ບໍລິຫານທີ່ດິນໃຫ້ເຂົ້າສູ່ລະບຽບກົດໝາຍ ແລະ ຫັນເປັນທັນສະໄໝ.
ທ່ານລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມວິໄສທັດທີ່ກ່າວມານັ້ນ, ຈຶ່ງໄດ້ກຳນົດທິດທາງຄື: ໃຫ້ສຳເລັດການສ້າງ ແລະ ຮັບຮອງແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ, ສຳເລັດການອອກໃບຕາດິນຈຳນວນ 4 ແສນຕອນໃນຂອບເຂດທົ່ວປະເທດ, ພ້ອມທັງຂຶ້ນບັນຊີສຳມະໂນທີ່ດິນໃຫ້ໄດ້ຈຳນວນ 4 ແສນຕອນ ແລະ ສຳເລັດໃນຂອບເຂດທົ່ວປະເທດ ແລະ ສູ້ຊົນເຮັດໃຫ້ລາຍຮັບວິຊາການເພີ່ມຂຶ້ນໃນແຕ່ລະປີໃຫ້ໄດ້ປະມານ 15-20%.
ຕໍ່ແຜນແມ່ບົດດັ່ງກ່າວ, ທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ ໄດ້ມີຄຳເຫັນວ່າ: ເພື່ອຮັບປະກັນໃຫ້ແຜນແມ່ບົດດັ່ງກ່າວມີເນື້ອໃນຮັດກຸມ, ສະເໜີໃຫ້ກວດກາຄືນບັນດາຂໍ້ມູນທີ່ກຳນົດໃນການຈັດສັນທີ່ດິນປະເພດຕ່າງໆໃນຮ່າງແຜນແມ່ບົດສະບັບນີ້, ໂດຍສະເພາະຂໍ້ມູນກ່ຽວກັບເນື້ອທີ່ດິນ, ປ່າສະຫງວນ, ປ່າປ້ອງກັນ ແລະ ເນື້ອທີ່ດິນກະສິກຳ, ເນື່ອງຈາກເປັນຂໍ້ມູນສຳຫລວດມາຫລາຍປີແລ້ວ ແລະ ໃນປັດຈຸບັນໄດ້ມີຫລາຍໂຄງການພັດທະນາ ເປັນຕົ້ນ: ໂຄງການກໍ່ສ້າງເຂື່ອນໄຟຟ້າ, ການຂຸດຄົ້ນບໍ່ແຮ່ ແລະ ໂຄງການອື່ນໆ ທີ່ກວມເນື້ອທີ່ການຜະລິດຂອງປະຊາຊົນ, ຈັດຫາງົບປະມານສະເພາະໃຫ້ເໝາະສົມ ເພື່ອລົງທຶນເຂົ້າໃສ່ໃນການຈັດຊື້ເຄື່ອງມືອຸປະກອນຮັບໃຊ້ການສຳຫລວດ, ວັດແທກ ແລະ ເກັບກຳຂໍ້ມູນຂ່າວສານກ່ຽວກັບທີ່ດິນປະເພດຕ່າງໆ ແລະ ຈັດສັນດິນແຕ່ລະປະເພດໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະທ້ອງຖິ່ນ, ຂຸ້ນຂ້ຽວວາງແຜນຈັດຕັ້ງການສຳຫລວດ ແລະ ກຳນົດແຜນຈັດສັນທີ່ດິນຂັ້ນແຂວງ ແລະ ເມືອງໃຫ້ສຳເລັດໂດຍໄວ ເພື່ອຫລີກລ້ຽງຈາກການອະນຸມັດທີ່ດິນໃນເຂດຕ່າງໆຢ່າງຊະຊາຍ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຄຸ້ມຄອງທີ່ດິນແຕ່ລະຂັ້ນໃຫ້ມີຄຸນນະພາບ, ປັບປຸງກົນໄກປະສານງານ ແລະ ກົນໄກຄຸ້ມຄອງທີ່ດິນລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ສ້າງຂໍ້ມູນຂ່າວສານກ່ຽວກັບທີ່ດິນ, ໂດຍໃຫ້ທຸກພາກສ່ວນຂອງສັງຄົມສາມາດເຂົ້າເຖິງໄດ້, ເພີ່ມທະວີເອົາໃຈໃສ່ໃນການຟື້ນຟູປ່າຈາກການປິດບໍ່ຕ່າງໆ, ການປູກປ່າທົດແທນຕາມພັນທະສັນຍາຂອງໂຄງການພັດທະນາຕ່າງໆ ເປັນຕົ້ນ: ໂຄງການຂຸດຄົ້ນບໍ່ແຮ່, ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ໂຄງການອື່ນໆ ເພື່ອຮັບປະກັນເຮັດໃຫ້ເນື້ອທີ່ປ່າໄມ້ກວມ 70% ຕາມທີ່ໄດ້ກຳນົດໄວ້ຢູ່ໃນແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ຄົ້ນຄວ້າອອກນິຕິກຳກ່ຽວກັບການໃຫ້ເຊົ່າ ຫລື ສຳປະທານທີ່ດິນໃຫ້ຊັດເຈນ, ກວດກາຄືນອັດຕາຄ່າທຳນຽມກ່ຽວກັບການຫັນປ່ຽນທີ່ດິນໃຫ້ມີຄວາມເຫມາະສົມຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ສາມາດເກັບລາຍຮັບເຂົ້າງົບປະມານໄດ້ຫລາຍຂຶ້ນ ແລະ ຕ້ອງມີມາດຕະການເຂັ້ມງວດຕໍ່ການຫັນປ່ຽນທີ່ດິນກະສິກຳ, ປ່າສະຫງວນ, ປ່າປ້ອງກັນໄປເປັນທີ່ດິນປະເພດອື່ນ.

