ມະຫາເສດຖີຊາວຍີ່ປຸ່ນ ສິ້ນສຸດການເດີນທາງທ່ອງທ່ຽວອະວະກາດ

ວັນທີ 20 ທັນວາ 2021, ມະຫາເສດຖີຊາວຍີ່ປຸ່ນ ທ່ານ Yusaku Maezawa ໄດ້ເດີນທາງມາຮອດພື້ນໂລກແລ້ວ ຫລັງສຳເລັດການເດີນທາງທ່ອງທ່ຽວໃນອະວະກາດເປັນເວລາ 12 ມື້ ແລະ ຢ້ຽມຢາມສະ ຖານີອະວະກາດນາໆຊາດ (ISS). ຂະນະທີ່ປີ 2023 ກຽມເດີນທາງໄປດວງເດືອນດ້ວຍ SpaceX .
ມະຫາເສດຖີໃນວົງການແຟຊັນຊາວຍີ່ປຸ່ນ ອາຍຸ 46 ປີ ພ້ອມດ້ວຍ Yozo Hirano ຜູ້ຊ່ວຍສ່ວນຕົວຂອງລາວ ແລະ Alexander Mizerkin ນັກບິນອະວະກາດຊາວລັດເຊຍ ເດີນທາງລົງເຖິງພື້ນໂລກແລ້ວຢູ່ບໍລິເວນທົ່ງຫຍ້າອັນກວ້າງໃຫຍ່ຂອງກາຊັກສະຖານໃນມື້ນີ້ ຫລັງສິິ້ນສຸດການເດີນທາງສູ່ຮ່ວງອະວະກາດໂດຍຈະຫລວດ Soyuz MS-20 ທີ່ປ່ອຍຂຶ້ນຈາກຖານ Baikonur ຂອງກາຊັກສະຖານໃນວັນທີ 8 ທັນ ວາ 2021 ເຊິ່ງການເດີນທາງດັ່ງກ່າວ ເຮັດໃຫ້ພວກເຂົາເປັນນັກທ່ອງທ່ຽວທໍາອິດທີ່ໄປຢ້ຽມຢາມ ISS ໃນຮອບ ຫລາຍກວ່າ 10 ປີ
ມາເອຊາວາ ສ້າງສຽງຮືຮາໃຫ້ບັນດາຜູ້ຕິດຕາມການເດີນທາງໂດຍການຖ່າຍຮູບພາບແຂວງ ຊິບະ ເຊິ່ງເປັນແຂວງບ້ານເກີດຂອງລາວຈາກນອກໂລກ ລວມມີການເຮັດສິ່ງທ້າທາຍ, ຖູແຂ້ວ, ດື່ມຊາ, ນອນຫລັບ ແລະ ກິດຈະກໍາອື່ນໆ ໃນອະວະກາດທີ່ບໍ່ມີແຮງໂນ້ມຖ່ວງ.
ທ່ານ Yusaku Maezawa ຈະເລີ່ມເດີນທາງສູ່ວົງໂຄຈອນຂອງດວງເດືອນດ້ວຍ SpaceX ໃນປີ2023 ແລະ ພວມຊອກຫາຄົນຮ່ວມເດີນທາງອີກ 8 ຄົນ ໄປໃນວົງໂຄຈອນດວງເດືອນ ແລະ ໄດ້ເລີ່ມປະກາດສະໝັກແລ້ວ ໂດຍຈະຕ້ອງກວດກາຮ່າງກາຍ ແລະ ການສໍາພາດເພີ່ມອີກດ້ວຍ.
ປີ 2021 ນີ້ເປັນປີທີ່ການເດີນທາງໃນອະວະກາດທາງການຄ້າສູ່ຮ່ວງອະວະກາດໄດ້ຮັບຄວາມສົນໃຈບໍ່ໜ້ອຍ ແລະ ຄາດວ່າຈະໄດ້ຮັບຄວາມນິຍົມເພີ່ມຫລາຍຂຶ້ນໃນອະນາຄົດ

