ລົດໄຟລາວ-ຈີນ ຈະສົ່ງເສີມສິນຄ້າກະສິກໍາລາວເຕີບໃຫຍ່ຂະຫຍາຍຕົວກວ່າເກົ່າ

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ກ່າວໃນໂອກາດປະກອບຄໍາເຫັນຕໍ່ກອງປະຊຸມພົບປະຄະນະລັດຖະບານ ກັບພາກທຸລະກິດວ່າ: ຈາກການທີ່ ສປປ ລາວ ມີຄວາມພ້ອມດ້ານຂົນສົ່ງ ໂດຍການນຳໃຊ້ທາງລົດໄຟລາວ-ຈີນ ນັ້ນ, ໃນຕໍ່ໜ້າສິນຄ້າກະສິກໍາລາວຈະເຕີບໃຫຍ່ຂະຫຍາຍຕົວກວ່າເກົ່າເພື່ອຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດພາຍໃນ ແລະຕ່າງປະ ເທດໄດ້ເປັນຢ່າງດີ ທັງປະລິມານ ແລະ ຄຸນນະພາບ ໂດຍສະເພາະຕະຫລາດຈີນທີ່ເປັນຕະຫລາດໃຫຍ່.

ລັດຖະມົນຕີກະຊວງ ອຄ ກ່າວຕື່ມວ່າ: ກະຊວງພວກເຮົາຈະໄດ້ຮ່ວມມືກັບກະຊວງກະສິກຳແລະປ່າໄມ້ຢ່າງແທ້ຈິງຕື່ມໃນການສົ່ງອອກສິນຄ້າ ໂດຍສະເພາະຊຸກຍູ້-ສົ່ງເສີມບໍລິສັດ ເອໄອດີຊີເທຣດດິງ ຈໍາກັດຜູ້ດຽວທີ່ໄດ້ເຊັນສັນຍາການສົ່ງອອກພືດກະສິກຳຈາກລາວໄປຈີນ 15 ລາຍການ ເປັນຕົ້ນ ຖົ່ວດິນ, ມັນຕົ້ນ, ໝາກມ່ວງຫິມະພານ, ຖົ່ວລຽນ, ກ້ວຍ, ໝາກມ່ວງ, ນ້ຳຕານ, ຖົ່ວຊະນິດຕ່າງໆ, ມັນດ້າງ, ນ້ຳເຜິ້ງ, ເຫລັກ, ແອວມອນ, ພິສຕາຊິໂອ, ໝາກເຜັດ, ຊີ້ນງົວແຊ່ແຂງ ແລະ ອື່ນໆ ໂດຍທັງສອງກະຊວງໄດ້ແບ່ງຄວາມຮັບຜິດຊອບສ້າງແຜນດຳເນີນງານເຮັດວຽກຮ່ວມກັບບໍລິສັດດັ່ງກ່າວເປັນເຂດ ແລະ ເປັນແຕ່ລະໄລ ຍະໃຫ້ປາກົດຜົນເປັນຈິງ. ຂະນະດຽວກັນ ຈະໄດ້ນຳໃຊ້ເວທີວາງສະແດງສິນຄ້າຢູ່ ຊຽງໄຮ້ ສປ ຈີນ ເຊັ່ນ ການຊື້ງົວ ແລະ ເຂົ້າ ຈາກ ສປປ ລາວ ໂດຍປັດຈຸບັນ ບໍລິສັດໄອດີພີ ໄດ້ເຊັນສົ່ງເຂົ້າອີກ 2.000 ໂຕນ ໄປຈີນໃນໂຄຕາ 50 ພັນໂຕນ.

ມາເຖິງເວລານີ້ໄດ້ສົ່ງອອກເຂົ້າແລ້ວ 30 ພັນໂຕນ ແລະ ຄາດວ່າຈະສຳເລັດປີ 2022. ນອກນີ້ກໍໄດ້ ສົ່ງໜັງສືສະເໜີເຖິງສະຖານທູດ ສປ ຈີນ ປະຈຳລາວ ເພື່ອແຈ້ງເຖິງກົມໃຫຍ່ພາສີຈີນເພື່ອຂໍສົ່ງອອກງົວໄປສປ ຈີນຂອງບໍລິສັດໄຊຍາກໍ່ສ້າງ-ສ້ອມແປງ ແລະ ບໍລິສັດ ດອກຈຳປາພັນປີຮ່ວມມືກັບບໍລິສັດຈີນ.