ລືມຮູບແບບເກົ່າໆໄປເລີຍ, ປາຣີສ ກຽມຈັດພິທີເປີດ ໂອລິມປິກ 2024 ກາງແມ່ນຳ້ແຊນ

ວັນທີ 14 ທັນວາທີ່ຜ່ານມາ ຝ່າຍຈັດການແຂ່ງຂັນ ປາຣີສ 2024 ຂອງປະເທດຝຣັ່ງ ເປີດເຜີຍວ່າຈະຈີກຂະນົບທຳນຽມເກ່ົາໆ ຂອງພິທີເປີດການແຂ່ງຂັນໂອລິມປິກເກມ ດ້ວຍການຈັດຂຶ້ນກາງແມ່ນຳ້ແຊນ ຫນຶ່ງໃນສະຖານທີ່ທ່ອງທ່ຽວສຳຄັນຂອງນະຄອນຫລວງປາຣີສ ເຊິ່ງຈະເປັນຄັ້ງທຳອິດຂອງໂອລິມປິກລະດູຮ້ອນທີ່ບໍ່ໄດ້ຈັດພິທີພາຍໃນສະຫນາມກິລາ.
ໂທນີ ເອສຕອງເກ ປະທານຝ່າຍຈັດການແຂ່ງຂັນ ປາຣີສ 2024 ກ່າວວ່າ ນີ້ຈະເປັນມະຫະກຳກິລາທີ່ບໍ່ເຄີຍມີມາກ່ອນ ແລະເປັນປະສົບການອັນພິເສດຄັ້ງຫນຶ່ງໃນຊີວິດສຳລັບຜູ້ເຂົ້າຮ່ວມ ໂດຍພິທີເປີດຈະໃຊ້ຫລາຍກວ່າ 160 ລຳໃນການນຳນັກກິລາ ແລະ ເຈົ້າຫນ້າທີ່ຈາກປະເທດທົ່ວໂລກຫລາຍກວ່າ 200 ຊາດເຂົ້າສູ່ພິທີ ເຊິ່ງຈະລ່ອງໄປຕາມແມ່ນຳ້ແຊນ ເປັນໄລຍະທາງເກືອບ 6 ກິໂລແມັດ ຈາກ Pont d’Austerlitz ເຖິງຂົວ Pont d’Iena.
ສຳລັບສະຖານທີ່ສຳຄັນທີ່ເຮືອຈະແລ່ນຜ່ານໃນລະຫວ່າງພິທີເປີດປາຣີສເກມ 2024 ປະກອບດ້ວຍ ມະຫາວິຫານນອເທຣີດາມ, ພິພິຕະພັນອໍແຊ, ພິພິຕະພັນລູຟ, ປົງເນີຟ (ຂົວທີ່ເກ່ົາແກ່ທີ່ສຸດໃນນະຄອນປາຣີສ), ປົງ ອາເລັກຊອງ-ທຣົວ (ຂົວເຊື່ອມຕໍ່ຝຣັ່ງຫໍໄອແຟລກັບຝັ່ງຊ໊ອງເຊລີເຊ), ກຣ໊ອງປາແລແລະ ຫໍໄອເຟລ.
ຝ່າຍຈັດຍັງລະບຸອີກວ່າ ພິທີເປີດການແຂ່ງຂັນປາຣີສເກມ 2024 ຈະເປັນພິທີທີ່ງົດງາມ ແລະ ເຂົ້າເຖິງໄດ້ຫລາຍທີ່ສຸດໃນປະຫວັດສາດໂອລິມປິກ ແລະ ຈະເປັນຄັ້ງທຳອິດທີ່ຄົນທົ່ວໄປສາມາດຊົມໄດ້ລ້າໆ ຫາກເຂົ້າມາບໍລິເວນແມ່ນຳດ້ານເທິງ ສ່ວນດ້ານລ່າງຂອງຝັ່ງແມ່ນຳ້ກໍຈະເປີດໃຫ້ຜູ້ສົນໃຈຈອງບັດ ເພື່ອເຂົ້າມາຊົມການສະແດງ ແລະ ພິທີການຕ່າງໆແບບໃກ້ຊິດ ໂດຍມີການຕິດຕັ້ງຈໍຍັກ 80 ຈຸດຕະຫລອດເສັ້ນທາງ.
ທັງນີ້ໂອລິມປິກ 2024 ທີ່ນະຄອນຫລວງປາຣີສ ປະເທດຝຣັ່ງ ຈະຈັດຂຶ້ນລະຫວ່າງວັນທີ 26 ກໍລະກົດ-11 ສິງຫາ 2024 ສ່ວນພິທີປິດການແຂ່ງຂັນຄາດວ່າຈະຈັດຂຶ້ນທີ່ສວນ ແລະ ນຳ້ພຸຂອງ Trocadero ເຊິ່ງເປັນຈຸດທີ່ເບິ່ງເຫັນຫໍໄອເຟລ ຫນຶ່ງໃນສະຖານທີ່ສຳຄັນຂອງຝຣ່ັງ ທີ່ດົ່ງດັງໄປທົ່ວໂລກ.

