ການແຂ່ງຂັນບານສົ່ງໃນຮົ່ມຍິງລະດັບໂລກ ລາຍການ ເນຊັ່ນລີກ ປະຈຳປີ 2023 ສຳເລັດການແຂ່ງຂັນຮອບຄັດເລືອກ ອາທິດທີ 3 ອາທິດສຸດທ້າຍ ໃນທ້າຍອາທິດຜ່ານມາ, 16 ທີມ ແຂ່ງຄົບ 12 ນັດ ແລ້ວຄັດເອົາທີ 1-8 ເຂົ້າສູ່ຮອບສຸດທ້າຍ ປະກອບມີ:

ໂປແລນ (ໂປໂລຍ),

ສະຫະລັດ ອາເມຣິກາ ເປັນສອງທີມທີ່ຜົນງານດີກວ່າໜູ່ ແຂ່ງ 12 ນັດ ຊະນະ 10 ເສຍ 2, ຮອງລົງມາແມ່ນ

ຕູຣາເຄຍ ຊະນະ 9 ເສຍ 3,

ເບຣຊິນ,

ຈີນ,

ອີຕາລີ ແຊ້ມເກົ່າ ຊະນະ 8 ເສຍ 4,

ຍີ່ປຸ່ນ ແລະ

ເຢຍລະມັນ ຊະນະ 7 ເສຍ 5.
ການຈັບຄູ່ແຂ່ງຂັນໃນຮອບ 8 ທີມສຸດທ້າຍ: ໂປແລນ ພົບ ເຢຍລະມັນ, ສະຫະລັດ ອາເມຣິກາ ພົບ ຍີ່ປຸ່ນ ຈະແຂ່ງຂັນວັນທີ 12 ກໍລະກົດນີ້, ເບຣຊິນ ຮອງແຊ້ມ 3 ຄັ້ງຫລັງສຸດ ພົບກັບ ຈີນ ແລະ ຕູຣາເຄຍ ພົບ ອີຕາລີ ແຊ້ມເກົ່າ ຈະແຂ່ງຂັນວັນທີ 13 ກໍລະກົດນີ້, ຮອບ 8 ທີມສຸດທ້າຍ ແຂ່ງທີ່ອາລິງຕັນ, ລັດເທັກຊັສ, ສະຫະລັດ ອາເມຣິກາ.