ຊາວອາເມລິກາກວ່າເຄິ່ງໜຶ່ງຕ້ອງການໃຫ້ຈີນ ຈ່າຍຄ່າຊົດເຊີຍເລື່ອງໂຄວິດ-19

ຜົນສຳຫລວດຄວາມຄິດເຫັນລະບຸວ່າ: ຊາວອາເມລິກາກວ່າເຄິ່ງໜຶ່ງຕ້ອງການໃຫ້ຈີນຈ່າຍຄ່າຊົດເຊີຍເລື່ອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019.
ບໍລິສັດສຳຫລວດຄວາມຄິດເຫັນຣາສມຸສເຊັນໄດ້ສຳຫລວດຄວາມເຫັນປະມານ 1.000 ຄົນ ຢູ່ອາເມລິກາທາງໂທລະສັບ ແລະ ທາງອອນລາຍ ແລະ ພົບວ່າ: ຊາວອາເມລິກາ 53% ຄິດວ່າຈີນຄວນຈ່າຍຄ່າຊົດເຊີຍ ສຳລັບການລະບາດຂອງພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ເຊິ່ງຖືວ່າເພີ່ມຂຶ້ນ 11% ຈາກການສຳຫລວດໃນເດືອນມີນາ.
ຜົນສຳຫລວດ ສະແດງໃຫ້ເຫັນວ່າ: 50% ຂອງຜູ້ມີສິດເລືອກຕັ້ງຢູ່ອາເມລິກາຮູ້ສຶກວ່າຈີນຄືຕົ້ນເຫດສຳຄັນຂອງການແຜ່ກະຈາຍຂອງໄວຣັສທົ່ວໂລກ ໂດຍເມື່ອແຍກຕາມພັກການເມືອງພົບວ່າ: ຣີພັບບລິກັນ 72% ແລະ ເດໂມແຄຣດ 37% ເຫັນວ່າຈີນຕ້ອງຮັບຜິດຊອບ ແລະ ບັນດາຜູ້ທີ່ກ່າວໂທດຈີນນັ້ນ ມີທ່າອ່ຽງຈະເຫັນພ້ອມກັບປະທານາທິບໍດີ ໂດນັລ ທຣຳ ໃນການຕອບໂຕ້ຈີນ.
ຜ່ານມາ ທ່ານ ທຣຳ ມັກຈະເອີ້ນພະຍາດຕິດເຊື້ອໄວຣັສໂຄໂຣນາ 2019 ວ່າ: “ໄວຣັສຈີນ” ເພື່ອໂຍນຄວາມຜິດໃນໄລຍະທີ່ກະແສວິພາກວິຈານຕໍ່ລັດຖະບານຂອງທ່ານກຳລັງເພີ່ມຂຶ້ນ ຫລັງມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນທົ່ວອາເມລິກາ.

