Facebook ກຽມເປີດໂຕແອັບສໍາລັບຄົນມັກວິດີໂອໃຫມ່ພາຍໃນປີນີ້

ໃນການອັບເດດຂອງແອັບ Mentions ທີ່ກໍາລັງຈະລົງໃນບໍ່ອີກບໍ່ດົນນີ້ ທາງ Facebook ໄດ້ວາງແຜນຈະຜະລິດແອັບກ່ຽວກັບການເຮັດວິດີໂອໃຫມ່ເຊັ່ນ: Facebook Live ເຊິ່ງຈະເລີ່ມເປີດໂຕນ້ອຍໆພາຍໃນແອັບ Mentions ໃນປີນີ້.
ຂ່າວປະຊາສໍາພັນນີ້ໄດ້ຖືກເຜີຍແຜ່ໃນງານ VidCon ສັ້ນໆກ່ຽວກັບແອັບໃຫມ່ນີ້ວ່າ: ຈະເປັນແອັບເຮັດວິດີໂອທີ່ເຊື່ອມຕໍ່ກັບ Facebook Instagram ແລະ Messenger ໄດ້ສະດວກຫຼາຍຍິ່ງຂຶ້ນ ແລະ ຍັງມີຟີເຈີເຊັ່ນ: ການໃຊ້ Intro ແລະ Outro ໃນການໄລ້ສົດ ລວມທັງການໃສ່ສະຕິກເກີຣ໌ ແລະ ເຟຣມທີ່ປັບແຕ່ງເອງໄດ້ນຳອີກ.
Daniel Danker ຫົວໜ້າຝ່າຍໂປຣເຈັກຂອງ Facebook ຍັງກ່າວອີກວ່າ: ແອັບນີ້ຈະສາມາດໃຫ້ຜູ້ໃຊ້ເຫັນວ່າມີໃຜຕິດຕາມວິດີໂອແດ່ ແລະ ຕິດຕາມຈາກທາງໃດ. ແນວໃດກໍຕາມ ຍັງບໍ່ຮູ້ວ່າແອັບຈະມາໃນຮູບແບບໃດກ່ອນ ພຽງຕອນນີ້ເຮົາກໍໄດ້ຮູ້ວ່າຈະເຫັນໃນ Mentions ໄວໆນີ້ຢ່າງແນ່ນອນ.

