ຄລອບ ຫມັ້ນໃຈ, ນັກເຕະລີເວີພູລ 1 ຄົນອາດຍ້າຍທີມໄລຍະຫນ້າຫນາວນີ້

ເຈີເກັນ ຄລອບ ຜູ້ຈັດການທີມຊາວເຢຍລະມັນ ຂອງສະໂມສອນ ລີເວີພູລ ທີມດັງແຫ່ງ ພຣີເມຍລີກ ອັງກິດ ອອກມາເປີດເຜີຍວ່າ ຫນຶ່ງນັກເຕະດັງຂອງທີມຄື ນາທານຽລ ຟີລິບ ກອງຫລັງຊາວອັງກິດ ຈະຍ້າຍອອກຈາກທີມໄລຍະຫນ້າຫນາວນີ້.
ຍ້ອນກັບໄປລະດູການກ່ອນ ນາທານຽລ ຟີລລິບ ມີບົດບາດສຳຄັນກັບຍອດທີມແຫ່ງຖິ່ນແອນຟິລເປັນຢ່ງຍິ່ງ ເຊິ່ງນັກເຕະກ້າວຂຶ້ນມາສະແດງຜົນງານໄດ້ຢ່າງຫນ້າປະທັບໃຈ ໃນລະຫວ່າງທີ່ບັນດາກອງຫລັງຕົວຫລັກພາກັນມີອາການບາດເຈັບ ແຕ່ເມື່ອນັກເຕະຫລ່ົານັ້ນທະຍອຍກັບຄືນສູ່ທີມເຮັດໃຫ້ບົດບາດຂອງຕົນເອງນ້ອຍລົງເລື້ອຍໆ.
ຫລ້າສຸດ ເຈີເກັນ ຄລອບ ລະບຸວ່າ : ເຮົາບໍ່ສາມາດຮັກສາລາວໄວ້ໃຫ້ຢູ່ກັບທີມໄດ້ຕະຫລອດໄປດອກ ເລື່ອງນີ້ຈະແຈ້ງຢູ່ແລ້ວ ລາວສ້າງຜົນງານໄດ້ເປັນຢ່າງດີເມື່ອເຄິ່ງລະດູການຜ່ານມາ ແຕ່ເຮົາມາຖ້າເບິ່ງກັນວ່າ ອັນໃດຈະເກີດຂຶ້ນໃນຕະຫລາດນັກເຕະຮອບສອງທີ່ຈະເປີດຂຶ້ນໃນເດືອນມັງກອນນີ້.

