ສະຫາຍ ບຸນທອງ ຈິດມະນີ ເນັ້ນໃຫ້ອົງຄະນະພັກ ອົງການກວດສອບແຫ່ງລັດ ເອົາໃຈໃສ່ 7 ບັນຫາຕົ້ນຕໍ

ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ ຂອງ ສະຫາຍ ບຸນທອງ ຈິດມະນີ ໃນວັນທີ 26 ພະຈິກ 2021 ທ່ານ ໄດ້ເນັ້ນຫຼາຍບັນຫາໃຫ້ຄະນະພັກອົງການກວດສອບຊຸດໃໝ່ເອົາໃຈໃສ່ ເປັນຕົ້ນ
1) ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານເປັນກົກ, ໃຫ້ທຸກຄົນຕື່ນຕົວເປັນເຈົ້າການຝຶກຝົນຕົນເອງທຸກດ້ານ ເປັນຕົ້ນ ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເພື່ອປະກອບສ່ວນເຂົ້າໃນການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ,
2) ເພີ່ມທະວີການນຳພາຂອງຄະນະພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານຕາມມະຕິເລກທີ 04 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI. ຜົນສໍາເລັດຂອງວຽກງານດັ່ງກ່າວ ຈະເປັນສິ່ງຕັດສິນຜົນສໍາເລັດຂອງວຽກງານແຕ່ລະດ້ານ ຂອງຄະນະພັກ, ໃຫ້ຖືເອົາການປັບປຸງ ແລະ ຍົກລະດັບສະຖາບັນຝຶກອົບຮົມເປັນວຽກງານພື້ນຖານໃນການສ້າງຄວາມເຂັ້ມແຂງທາງດ້ານຊັບພະຍາກອນມະນຸດໃຫ້ແກ່ຂະແໜງກວດສອບ,
3) ເພີ່ມທະວີວຽກງານກໍ່ສ້າງ, ປັບປຸງໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ບັນຫາສໍາຄັນແມ່ນຕ້ອງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະບໍລິຫານງານພັກຊຸດໃໝ່ ເປັນໃຈກາງນຳພາເຕົ້າໂຮມຄວາມສາມັກຄີທົ່ວອົງຄະນະພັກ ກໍຄືທົ່ວຂະແໜງກວດສອບ, ປັບປຸງແບບແຜນນໍາພາວິທີເຮັດວຽກຂອງຄະນະພັກ ເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ຄົ້ນຄວ້າ ຕົກລົງບັນຫາສໍາຄັນຕ່າງໆເປັນໝູ່ຄະນະ, ແບ່ງບຸກຄົນຮັບຜິດຊອບ ເສີມຂະຫຍາຍປະຊາທິປະໄຕ ແລະ ຫົວຄິດປະດິດສ້າງໃນໝູ່ຄະນະ, ນຳພາຊີ້ນຳແທດເຖິງກັບຕົວຈິງ, ຕ້ານ ແລະ ແກ້ໄຂປະກົດການອາດຍາສິດ, ເອກະຊົນ, ປະຕິບັດລະບອບປະຊຸມ, ມີການຕິຊົມຕົນເອງ ແລະ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນເປັນປົກະຕິ,
4) ສືບຕໍ່ເອົາໃຈໃສ່ສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍຫ້ເປັນລະບຄົບຖ້ວນ ເພື່ອເປັນບ່ອນອີງ ແລະ ເຄື່ອງມືໃຫ້ແກ່ການປະຕິບັດພາລະບັດບາດ ແລະ ໜ້າທີ່ຂອງອົງການກວດສອບແຫ່ງລັດ;
5) ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ສົມເຫດສົມຜົນ, ໂປ່ງໃສ, ເຂັ້ມແຂງ ຕິດພັນກັບການນໍາພາ-ຊີ້ນໍາປັບປຸງ ແລະ ຍົກລະດັບການເຄື່ອນໄຫວວຽກງານກວດສອບໃຫ້ມີຄຸນະພາບສູງກວ່າເກົ່າ ໂດຍສະເພາະການຄົ້ນຄວ້າ ແລະ ສ້າງແຜນການກວດສອບ ແລະ ດໍາເນີນການກວດສອບຢ່າງທ່ຽງທໍາ, ໂປ່ງໃສ,
6) ເອົາໃຈໃສ່ນໍາພາເຄື່ອນໄຫວວຽກງານກວດສອບ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ສະເພາະໜ້ານີ້ ອົງການກວດສອບແຫ່ງລັດຕ້ອງປະກອບສ່ວນຢ່າງແຂງແຮງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສກຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ,
7) ເອົາໃຈໃສ່ປະສານສົມທົບກັບພາກສ່ວນກ່ຽວຂ້ອງໂດຍສະເພາະ.
ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດຊຸດ ໃໝ່ ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ໂດຍ ສະຫາຍ ໄດ້ຍ້ອງຍໍຊົມເຊີຍຕໍ່ຄະນະບໍລິຫານງານພັກອົງການກວດສອບແຫ່ງລັດ ແລະ ຕີລາຄາສູງ ຕໍ່ຜົນສຳເລັດ ໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກອົງການກວດສອບແຫ່ງລັດ ໃນນັ້ນ ສະຫາຍ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກອົງການກວດສອບແຫ່ງລັດຊຸດໃໝ່ ເອົາໃຈໃສ່ນຳພາທາງດ້ານການເມືອງ-ແນວຄິດ ຕິດພັນການການນຳພາວຽກງານວິຊາສະເພາະ ແລະ ການບຳລຸງກໍ່ສ້າງ, ບຳລຸງຍົກລະດັບທາງດ້ານວິຊາການ ໃຫ້ພະນັກງານ-ນັກກວດສອບ, ຍົກສູງຄຸນນະພາບວຽການກວດສອບ; ເອົາໃຈໃສ່ກໍ່ສ້າງພັກ, ປັບປຸງແບບແຜນການນຳພາຂອງຄະນະພັກແຕ່ລະຂັ້ນ, ສ້າງຮາກຖານພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ນຳພາ-ຊີ້ນຳ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເປັນແຜນງານ, ໂຄງການ ແລະ ແຜນການນຳພາ, ແຜນການປະຕິບັດງານຢ່າງລະອຽດ ພ້ອມທັງ ເຜີຍແຜ່ໃຫ້ຄະນະພັກ ແລະ ສະມາຊິກ ແຕ່ລະຂັ້ນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ.

