ໃນວາລະການດຳເນີນກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ໃນຕອນເຊົ້າວັນທີ 25 ພະຈິກ 2021, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະເໜີຮ່າງປັບປຸງກົດລະບຽບແນວລາວສ້າງຊາດ ສະໄໝທີ XI ຕໍ່ຜູ້ແທນແນວລາວສ້າງຊາດໃນທົ່ວປະເທດ, ເຊິ່ງກົດລະບຽບແນວລາວສ້າງຊາດໄດ້ປະກາດໃຊ້ມາແຕ່ປີ 1979 ພາຍຫລັງທີ່ມີການປ່ຽນຈາກແນວລາວຮັກຊາດ ມາເປັນແນວລາວສ້າງຊາດ ຫລັງຈາກນັ້ນກໍໄດ້ມີການປັບປຸງທຸກໆ 5 ປີ ໃນແຕ່ລະສະໄໝຂອງກອງປະຊຸມ ແລະ ຮ່າງກົດລະບຽບແນວລາວສ້າງຊາດ ສະ ບັບປັບປຸງນີ້ ປະກອບມີ 12 ໝວດ, 59 ມາດຕາ. ໃນນີ້, ໄດ້ປັບປຸງ 29 ມາດຕາ ແລະ ເພີ່ມໃໝ່ 30 ມາດຕາ.
ທ່ານ ນາງ ຄຳຈັນ ພົມແສງສະຫວັນ ໄດ້ກ່າວວ່າ: ກົດລະບຽບສະບັບນີ້, ກຳນົດຫລັກການ, ລະບຽບການ, ເນື້ອໃນ, ຮູບການ ແລະ ວິທີການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ເພື່ອແນໃສ່ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງແນວລາວສ້າງຊາດ, ເພີ່ມທະວີຄວາມເປັນປຶກແຜ່ນຂອງປວງຊົນລາວທັງຊາດ, ເຕົ້າໂຮມກຳລັງແຮງຂອງປະຊາຊົນ, ຊັ້ນຄົນ, ປະກອບສ່ວນຢ່າງແຂງແຮງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ປະກົດຜົນເປັນຈິງ.
ສຳລັບຄຸນລັກສະນະຂອງກົດລະບຽບສະບັບປັບປຸງນີ້, ເປັນການຈັດຕັ້ງຜັນຂະຫຍາຍແນວຄິດຊີ້ນຳຂອງພັກ ກ່ຽວກັບວຽກງານແນວໂຮມໃນໄລຍະໃໝ່ ທີ່ແນໃສ່ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງປວງຊົນລາວທັງຊາດ, ເຕົ້າໂຮມກຳລັງແຮງຂອງມະຫາຊົນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ນຳເອົາຜົນປະໂຫຍດມາໃຫ້ປະເທດຊາດ ແລະ ປະ ຊາຊົນ ທັງສ້າງການຫັນປ່ຽນໃໝ່ ແລະ ຮັບປະກັນໃຫ້ການເຄື່ອນໄຫວ ຂອງແນວລາວສ້າງຊາດ ສອດ ຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍ ວ່າດ້ວຍແນວລາວສ້າງຊາດທີ່ກຳນົດໄວ້.
ຂ່າວ: ມະນີທອນ