ປກສ ເມືອງນາແລ ຈູດທໍາລາຍເງິນບາດປອມ 27.500 ບາດ ແລະ ເຄື່ອງຂອງກາງຄະດີ ພ້ອມອາວຸດລ່າເນື້ອ

ວັນທີ 10 ຕຸລາ 2023 ຢູ່ທີ່ສະໜາມຂີ້ເຫຍື້ອ ເມືອງນາແລ ແຂວງຫລວງນ້ຳທາ ຈັດພິທີຈູດທໍາລາຍເຄື່ອງຂອງກາງຄະດີ ແລະ ອາວຸດລາເນື້ອ ປະຈໍາປີ 2023 ປະກອບມີ: ຢາເສບຕິດ ປະເພດຢາບ້າ 668 ເມັດ, ປືນແກ໊ບ 27 ກະບອກ, ໝໍ້ຊອດປາ 1 ເຄື່ອງ, ເງິນບາດປອມ 27.500 ບາດ, ເງິນກີບປອມ 200.000 ກີບ, ໂທລະສັບ 2 ໜ່ວຍ, ແຫວນຄ້າຍຄືເງິນ 2 ວົງ, ຢາສູບໄຟຟ້າ 1 ຊຸດ ແລະ ບັດປະຈໍາຕົວ 2 ບັດ.

ເຂົ້າຮ່ວມພິທີຈູດທໍາລາຍຂອງ ທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງ ເມືອງນາແລ ແລະ ທ່ານ ພັທ ຕິບແກ້ວ ໄຊປະເສີດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາແລ.