5 ຄຳຖາມທີ່ພົບຫລາຍກ່ຽວກັບອາການແພ້ອາຫານ

- ອາການແພ້ອາຫານແມ່ນຫຍັງ ? ອາການແພ້ອາຫານເປັນປະຕິກິລິຍາທາງອິມມູນທີ່ຕອບສະໜອງໄວຕໍ່ອາຫານທີ່ກິນເຂົ້າໄປ ໂດຍອາການອາດເປັນແບບກະທັນຫັນ ໂດຍມັກມີອາການຫລັງຈາກກິນອາຫານຊະນິດນັ້ນທັນທີ ຫລື ພາຍໃນເວລາບໍ່ເທົ່າໃດຊົ່ວໂມງ ແລະ ບາງເທື່ອອາດມີອາການຮຸນແຮງເຖິງແກ່ຊີວິດໄດ້ (ໄດ້ແກ່ມີອາການຜິວໜັງ, ແໜ້ນໜ້າເອິກ, ຫາຍໃຈບໍ່ອອກ, ຄວາມດັນເລືອດຕໍ່າ). ນອກຈາກນີ້, ອາການອາດເກີດຊ້າຫລາຍອາທິດຫລັງຈາກກິນອາຫານ ເຊິ່ງອາການທີ່ພົບໄດ້ແກ່ : ຕຸ່ມຜື່ນຜິວໜັງ, ເຈັບທ້ອງ, ຖ່າຍແຫລວ, ຮາກ ຫລື ຖ່າຍເປັນເລືອດ.
- ຂໍ້ແຕກຕ່າງລະຫ່ວາງ food allergy ແລະ food intolerance ແມ່ນຫຍັງ ? ຄຳວ່າ food intolerance ນັ້ນບໍ່ໄດ້ເກີດຈາກປະຕິກິລິຍາທາງອິມມູນ, ແຕ່ເກີດຄວາມຜິດປົກກະຕິທາງເມຕາບໍລິຊຶມ ທີ່ເຮັດໃຫ້ບໍ່ສາມາດຍ່ອຍອາຫານຊະນິດນັ້ນໄດ້ສົມບູນ, ມັກຈະມີອາການເລັກນ້ອຍ, ບໍ່ຮຸນແຮງ ເຊັ່ນ : ອາການຖອກທ້ອງຈາກການຂາດເອັນໄຊແລັກໂຕສ (lactose intolerance) ເຊິ່ງອາການທີ່ພົບໄດ້ແກ່ : ຖ່າຍເປັນນຳ້, ຍື່ງທ້ອງ, ມີແກ໊ສໃນທ້ອງ, ລຳໄສ້ປັ່ນປ່ວນ. ນອກຈາກນີ້, ອາດມີອາການຈາກບໍ່ສາມາດຍ່ອຍອາຫານກຸ່ມຄາໂບໄຮເດຣດ ເຊິ່ງມີການດູດຊຶມໃນລຳໄສ້ໄດ້ໜ້ອຍ ແລະ ມັກຈະອຸດົມໄປດ້ວຍນຳ້ຕານຈາກທຳມະຊາດສູງ (Fermentable Oligosaccharides Disaccharides Monosaccharide and Polyols; FODMAPS) ໂດຍຄົນປ່ວຍຈະມີອາການຍື່ງທ້ອງ, ເຈັບທ້ອງ, ຖອກທ້ອງ ຫລັງກິນອາຫານໃນກຸ່ມນີ້ ຫລື ອາດເກີດອາການເຈັບຫົວໄມເກຣນຫລັງກິນອາຫານບາງຊະນິດ ເຊັ່ນ : ອານກໍຮໍ, ຊັອກໂກແລັດ, ຊີສ, ແປ້ງນົວ, ກາເຟອີນ, ຖົ່ວ ແລະ ອາຫານທີ່ມີສ່ວນປະສົມຂອງໄນເຕຣດ.
- ອາການແພ້ອາຫານທີ່ພົບຫລາຍແມ່ນຫຍັງ ? ມີວິທີສັງເກດແບ່ງເປັນ 2 ກໍລະນີ ຄື :
- ອາການຊຳ້ເຮື້ອເປັນໆເຊົາໆທີ່ຫາສາເຫດບໍ່ໄດ້ ເຊັ່ນ : ຄັນຕາມໂຕ, ຜິວໜັງອັກເສບ, ຍື່ງທ້ອງ, ຖອກທ້ອງຊຳ້ເຮື້ອ, ຮາກຕະຫລອດ, ຖ່າຍເປັນເລືອດ ໂດຍມັກເກີດຈາກປະຕິກິລິຍາທີ່ບໍ່ຜ່ານອິມມູນຊະນິດ IgE ຫລື ເກີດຈາກປະຕິກິລິຍາຊະນິດປະສົມ ທີ່ຜ່ານ IgE ໄດ້ ສ່ວນຫລາຍອາການມັກເກີດຂຶ້ນຫລັງກິນອາຫານໄປຫລາຍອາທິດ.
- ອາການກະທັນຫັນ ໄດ້ແກ່ : ຜື່ນຄັນ, ລົມພິດໜ້າບວມ, ໂຕບວມ, ແໜ້ນໜ້າເອິກ, ຫາຍໃຈບໍ່ອອກ, ກືນລຳບາກ ຫາກມີອາການຮຸນແຮງຫລາຍ ລະບົບ ຫລື ທີ່ເຮົາເອີ້ນວ່າ anaphylaxis ໃຫ້ຮີບໄປໂຮງໝໍ ເຊິ່ງອາການແບບນີ້ມັກເກີດຂຶ້ນໄວຫລັງກິນອາຫານ ແລະ ຈະກ່ຽວກັບພູມຕ້ານທານຊະນິດ IgE ຕໍ່ອາຫານຊະນິດນັ້ນສູງ. ຄວນປຶກສາແພດເມື່ອມີອາການທາງຜິວໜັງ ຫລື ທາງເດີນອາຫານເປັນໆເຊົາໆ ຫລື ອາການທັນທີຫລັງໄດ້ຮັບອາຫານ ຫລື ອາດມີອາການຫລາຍໆລະບົບໂດຍທີ່ຫາສາເຫດບໍ່ໄດ້.
- ອາຫານທີ່ເຮັດໃຫ້ແພ້ໄດ້ຕະຫລອດມີຫຍັງແດ່ ? ອາຫານທີ່ເຮັດໃຫ້ແພ້ໄດ້ຕະຫລອດໃນເດັກ ໄດ້ແກ່ : ນົມງົວ, ນົມຖົ່ວເຫລືອງ,ໄຂ່, ອາຫານທະເລ, ແປ້ງສາລີ, ຖົ່ວ ເປັນຕົ້ນ. ສ່ວນອາຫານຊະນິດອື່ນອາດເຮັດໃຫ້ແພ້ໄດ້ ແລະ ພົບຫລາຍໃນຜູ້ໃຫຍ່ໄດ້ແກ່ : ອາຫານທະເລ, ຖົ່ວ, ໝາກໄມ້ບາງຊະນິດ, ຊີ້ນສັດ.
- ການກວດເພີ່ມຕື່ມທີ່ຊ່ວຍໃນການບົ່ງມະຕິການແພ້ອາຫານຕ້ອງອາໄສປະຫວັດຮ່ວມກັບການກວດເພີ່ມຕື່ມເພື່ອຫາສາເຫດ ເຊິ່ງວິທີທີ່ໃຊ້ຫລາຍໄດ້ແກ່ :
- ການທົດລອງພູມແພ້ທາງຜິວໜັງ ຫລື skin prick test (SPT) ວິທີນີ້ອາດໃຫ້ຮູ້ຄ່າວໆວ່າອາການທີ່ເກີດຂຶ້ນເປັນຈາກອາຫານຫລືບໍ່, ແຕ່ວ່າມີຄວາມໄວ ແລະ ຄວາມຈຳເພາະຍັງຕໍ່າ ເໝາະສຳລັບໃຊ້ກວດໃນເບື້ອງຕົ້ນ ໂດຍກໍລະນີທີ່ທົດລອງໃຫ້ຜົນບວກ ກໍຈະແພ້ແທ້ປະມານ 50% ເພາະຄົນທີ່ບໍ່ແພ້ອາຫານກໍອາດໃຫ້ຜົນບວກໄດ້, ແຕ່ກໍລະນີທີ່ໃຫ້ຜົນລົບກໍສະແດງວ່າບໍ່ເປັນແພ້ອາຫານເຖິງ 95% ສະແດງວ່າການທົດລອງພູມແພ້ທາງຜິວໜັງ ເໝາະສຳລັບທີ່ຈະແຍກພະຍາດອອກຫລາຍກ່ວາ. ນອກຈາກນີ້ ການທົດລອງພູມແພ້ທາງຜິວໜັງ ຄົນປ່ວຍຄວນກຽມໂຕກ່ອນມາທົດລອງກວດ ໂດຍງົດຢາຕ້ານຮີສຕາມີນ (ຢາແກ້ແພ້) ກ່ອນມາກວດ ຢ່າງໜ້ອຍ 5 – 7 ມື້ ແລະ ຮູ້ຜົນພາຍໃນ 15 ນາທີ.
- ການກວດເລືອດວັດແທກລະດັບ specific IgE ຫລືIgE ທີ່ຈຳເພາະຕໍ່ອາຫານຊະນິດນັ້ນ ເໝາະສຳລັບເດັກນ້ອຍທີ່ອາດໃຫ້ຜົນທົດລອງພູມແພ້ທາງຜິວໜັງເປັນລົບໄດ້ ຫລື ກໍລະນີຄົນປ່ວຍສາມາດງົດຢາແກ້ແພ້ໄດ້ ຫລື ບໍ່ສາມາດທົດລອງທາງຜິວໜັງໄດ້ ເຊິ່ງໃຫ້ຜົນບໍ່ຄ່ອຍຕ່າງກັນກັບການທົດລອງພູມແພ້ທາງຜິວໜັງ ເໝາະສຳລັບໃຊ້ກວດທົດລອງວ່າເປັນແພ້ອາຫານຫລືບໍ່ ແລະ ຕິດຕາມອາການແພ້ອາຫານວ່າດີຂຶ້ນແລ້ວຫລືຍັງ ໂດຍໃຫ້ຜົນເປັນໂຕເລກຈະແຈ້ງ ໂດຍທົ່ວໄປກວດວິທີນີ້ຈະຮູ້ຜົນພາຍໃນ 1 – 2 ອາທິດ.
- ການທົດລອງໂດຍວິທີ oral food challenge ຫລື ໂດຍວິທີກິນ ຫລັກການຄື ໃຫ້ຄົນປ່ວຍກິນອາຫານທີ່ສົງໄສວ່າແພ້ ໂດຍເລີ່ມຈາກປະລິມານໜ້ອຍໆ ແລ້ວຄ່ອຍເພີ່ມປະລິມານຂຶ້ນທຸກ 20 – 30 ນາທີ ໂດຍວິທີນີ້ຄວນເຮັດໃນໂຮງໝໍ, ຢູ່ພາຍໃຕ້ການເບິ່ງແຍງຂອງແພດຊ່ຽວຊານພູມແພ້ ແລະ ກຽມອຸປະກອນຊ່ວຍຊີວິດໃຫ້ພ້ອມ ເນື່ອງຈາກອາດເກີດອາການພູມແພ້ຊະນິດຮຸນແຮງໄດ້.
- ຄົນທີ່ຄວນທົດລອງກວດໂດຍວິທີນີ້ແມ່ນ : 1. ຄົນທີ່ເຄີຍມີປະຫວັດວ່າແພ້ອາຫານມາກ່ອນ ແລະ ງົດອາຫານມາຈັກໄລຍະໜຶ່ງ ແລະ ຢາກເບິ່ງວ່າອາການເຊົາແລ້ວ ເຊິ່ງກ່ອນເຮັດຄວນເຈາະເລືອດ ຫລື ທົດລອງພູມແພ້ທາງຜິວໜັງກ່ອນວ່າແພ້ຫລຸດລົງແລ້ວ; 2. ຄົນທີ່ສົງໄສວ່າແພ້ອາຫານ ແຕ່ອາການ ແລະ ຜົນທົດລອງກວດອື່ນໆໃຫ້ຜົນບໍ່ຈະແຈ້ງ; 3. ຄົນທີ່ຜົນທົດລອງກວດຈາກເລືອດ ແລະ ຜິວໜັງຂຶ້ນຫລາຍຢ່າງ ແລ້ວບໍ່ໝັ້ນໃຈວ່າແພ້ໂຕໃດ; 4. ຄົນທີ່ຈະເຂົ້າຮັບການປິ່ນປົວອາການແພ້ອາຫານໂດຍວິທີພູມຕ້ານທານບຳບັດ (oral immunotherapy).
- ສ່ວນການກວດເລືອດວັດແທກລະດັບ IgG ຕໍ່ອາຫານນັ້ນອາດບໍ່ໄດ້ບອກຈະແຈ້ງວ່າແພ້ອາຫານຊະນິດນັ້ນຫລືບໍ່ ເພາະຄົນປົກກະຕິທີ່ບໍ່ແພ້ອາຫານກໍສາມາດມີຄ່າລະດັບ IgG ໃນເລືອດທີ່ສູງໄດ້ ເນື່ອງຈາກໃນຄົນປົກກະຕິມີຄ່າ IgG ທີ່ສູງໄດ້ຢູ່ແລ້ວ ຕ່າງຈາກ IgE ໃນເລືອດ ເຊິ່ງມັກຈະສູງໃນຄົນທີ່ເປັນພູມແພ້. ດັ່ງນັ້ນ, ການແປຜົນໃນເລືອດທີ່ວັດແທກລະດັບ IgG ອາດຕ້ອງອາໄສປະຫວັດຮ່ວມນຳ ແລະ ໃນກໍລະນີທີ່ສົງໄສອາຫານຊະນິດນັ້ນ ຄວນຢັ້ງຢືນໂດຍການທົດລອງແພ້ອາຫານໂດຍວິທີກິນ (oral challenge) ກໍລະນີທີ່ມີຄ່າ IgG ຕໍ່ອາຫານທີ່ສູງ ບໍ່ແນະນຳໃຫ້ງົດອາຫານຫລາຍຊະນິດໂດຍບໍ່ຈຳເປັນ ຈົນກ່ວາຈະພິສູດຈະແຈ້ງວ່າແພ້ອາຫານຫລືບໍ່ ເພາະອາດເຮັດໃຫ້ຂາດສານອາຫານໄດ້.

