ໂຣເບິດສັນ ຊະນະ ເກົາ ຄວ້າແຊ້ມ ສະກອດຕິຊໂອເພັນ

ນີລ ໂຣເບິດສັນ ກວາດ 5 ເຟມສຸດທ້າຍ ຊະນະ ເກົາ ຍູ່ ເຝິງ 9-8 ເຟມ ຄວ້າແຊ້ມສະນຸກເກີ ສະກອດຕິຊ ໂອເພັນ ໄປຄອງແບບສຸດລະທຶກ.
ການແຂ່ງຂັນສະນຸກເກີ ລາຍການສະສົມຄະແນນໂລກ ໃນລາຍການ ສະກອດຕິຊ ໂອເພັນ ຊີງເງິນລາງວັນລວມ 366.000 ປອນ ຢູ່ສະໜາມເອມິເຣດ ອາຣີນາ ໃນເມືອງກລາສໂກ ສະກອດແລນ ໃນວັນທີ 17 ທັນວາ ເປັນການແຂ່ງຂັນໃນຮອບຊີງຊະນະເລີດ ໃຊ້ລະບົບຊະນະ 9 ໃນ 17 ເຟມ ໂດຍເປັນການພົບກັນລະຫວ່າງ ນີລ ໂຣເບິດສັນ ອະດີດແຊ້ມໂລກ 1 ສະໄໝຈາກອົດສະຕຣາລີ ເຊິ່ງປັດຈຸບັນເປັນມື 20 ຂອງໂລກ ພົບກັບ ເກົາ ຍູ່ ເຝິງ ມື 37 ຂອງໂລກຈາກຈີນ ໂດຍໃນໄລຍະເຊສຊັນທຳອິດ 8 ເຟມນັ້ນ ເປັນນັກສະນຸກເກີຈາກຈີນທີ່ຫລິ້ນໄດ້ດີ ຂຶ້ນນຳກ່ອນ 5-3 ເຟມ.
ເຂົ້າສູ່ເຊສຊັນທີ 2 ເກົາ ຍັງຫລິ້ນໄດ້ດີ ຂຶ້ນນຳເຖິງ 8-4 ເຟມ ຕ້ອງການອີກພຽງເຟມດຽວກໍຈະຄວ້າແຊ້ມລາຍການສະສົມຄະແນນໂລກໄປຄອງເປັນລາຍການທຳອິດໃນຊີວິດ, ແຕ່ນັກສະນຸກເກີ ອາຍຸ 35 ປີ ຈາກອົດສະຕຣາລີ ບໍ່ຍອມງ່າຍໆກວາດ 5 ເຟມລວດ ແຊງຊະນະຫວຸດຫວິດ 9-8 ເຟມ ຄວ້າແຊ້ມໄປຄອງໄດ້ສຳເລັດ ເຊິ່ງຖືເປັນແຊ້ມລາຍການສະສົມຄະແນນໂລກລາຍການທຳອິດຂອງ ໂຣເບິດສັນ ນັບແຕ່ເດືອນມິຖຸນາປີຜ່ານມາ.

