ໄທ ຂຶ້ນແຜນອົບພະຍົບຊາວໄທອອກຈາກ ຮົ່ງກົງ

ຮຽບຮຽງໂດບ: ລູກເມືອງພວນ

ວັນທີ 13 ສິງຫານີ້, ກອງທັບໄທໄດ້ຂຶ້ນແຜນການເພື່ອ ອົບພະຍົບພົນລະເມືອງຂອງຕົນອອກຈາກຮົ່ງກົງດ້ວຍ ເຄື່ອງບິນ ຖ້າສະຖານະການຂີ້ຮ້າຍລົງ.

ກອງທັບອາກາດເຈົ້າມະຫາຊີວິດໄທ (RTAF) ຄາດ ວ່າຈະສົ່ງເຮືອບິນ  Lockheed C-130 Hercules ແລະ Airbus A340 ໄປຮັບເອົາພົນລະເມືອງຂອງຕົນ ຖ້າຫາກມີຄຳສັ່ງໃຫ້ອົບພະ ຍົບ. ນາຍພົນ Chaiyapruk Didyasarin ຜູ້ບັນຊາການກອງທັບໄທເວົ້າວ່າ: “ບັນຫາ ດັ່ງກ່າວນີ້ ແມ່ນຂຶ້ນຢູ່ກັບລັດຖະບານ. ພວກເຮົາຕຽມພ້ອມທີ່ຈະຈັດຕັ້ງປະຕິບັດທຸກເວລາ”. ທ່ານ Didyasa rin ຮຽກຮ້ອງໃຫ້ກຳລັງທະຫານ ຕິດຕາມສະພາບການຢ່າງໃກ້ສິດ ແລະ ຕຽມພ້ອມບິນໄປຮັບເອົາພົນລະເມືອງ ຂອງ ຕົນໃນເມື່ອມີຄວາມຈຳເປັນ.

ນາຍົກລັດຖະມົນຕີ ປະຢຸດ ຈັນໂອຊາ ໃຫ້ຮູ້ວ່າ: ກົງສູນຂອງໄທຢູ່ ຮົ່ງກົງກຳລັງຕິດຕາມສະຖານະການຢ່າງໃກ້ສິດ ແລະ ຕີລາຄາສະ ຖາ ນະການຢູ່ຕະຫຼອດເວລາ. ອົງກອນຮັບຜິດຊອບຄົນເຂົ້າອອກເມືອງ, ກົມຕຳຫຼວດ ທ່ອງທ່ຽວ ແລະ ເດີ່ນບິນແຫ່ງ ຕ່າງໆຂອງໄທ ກໍໄດ້ອອກຄຳ ສັ່ງໃຫ້ຕຽມພ້ອມຢູ່ທຸກເວລາ.

ລັດຖະມົນຕີກະຊວງການຕ່າງປະເທດໄທ Don Pramudwinai ເວົ້າວ່າ: “ລັດຖະບານບໍ່ໄດ້ຫ້າມວ່າ ບໍ່ໃຫ້ປະຊາຊົນໄປ ຮົ່ງກົງ ເພາະມັນເປັນສິດທິຂອງສ່ວນບຸກຄົນ, ແຕ່ກໍ່ຄວນຢຸດຕິການໄປຮົງກົງຖ້າຫາກບໍ່ມີຄວາມຈຳເປັນແທ້ໆ, ຖ້າຫາກວ່າແນວ ໃດກໍ່ຕ້ອງໄປ ກໍຕ້ອງຂຶ້ນແຜນ ໃຫ້ດີ”. ທ່ານລັດຖະມົນຕີຢໍ້າອີກວ່າ: ບໍ່ມີພົນລະເມືອງຂອງໄທຄົນໃດຖືກບາດເຈັບໃນຂະນະທີ່ມີການປະທ້ວງ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ