ອີງຕາມຂ່າວ ນີວແດນລີ ຂອງອິນເດຍ, ວັນທີ 17 ພະຈິກ 2021 ນີ້, ຄະນະກຳມະທິການຈັດການຄຸນນະພາບອາກາດຂອງ ອິນເດຍ ໄດ້ສັ່ງປິດຊົ່ວຄາວໂຮງໄຟຟ້າຖ່ານຫິນ 5 ແຫ່ງ ທີ່ຕັ້ງຢູ່ໃກ້ບໍລິເວນ ນະຄອນຫລວງນີວແດນລີເປັນໜຶ່ງໃນການດຳເນີນຕາມມາດຕະການຫລຸດຜ່ອນມົນລະພິດທາງອາກາດ, ຫ້າມລົດບັນທຸກສິນຄ້າທີ່ບໍ່ຈຳເປັນແລ່ນໃນນະຄອນຫລວງ ນີວແດນລີ ແລະ ຢຸດຕິການກໍ່ສ້າງຕ່າງໆ ແລະ ອື່ນໆ ເພື່ອສ້າງຄວາມໝັ້ນໃຈວ່າຄຸນນະພາບອາກາດຈະບໍ່ຮ້າຍແຮງລົງໄປຕື່ມອີກ.
ນອກນີ້, ຍັງຮຽກຮ້ອງເຈົ້າໜ້າທີ່ລະດັບສູງຈຳນວນໜຶ່ງໃຫ້ເຮັດວຽກຢູ່ເຮືອນໄປຈົນເຖິງ ວັນທີ 21 ພະຈິກນີ້. ຄຳສັ່ງດັ່ງກ່າວມີຂຶ້ນຫລັງຈາກສານສະພາຍັງສະເໜີ ໃຫ້ນຳໃຊ້ມາດຕະການຫລຸດຜ່ອນມົນລະພິດ ທາງພາກເໜືອຂອງປະເທດ ເພື່ອຮັບປະກັນຄວາມປອດໄພທາງດ້ານສຸຂະພາບ ແລະ ຄວາມສ່ຽງເປັນພະຍາດທາງເດີນຫາຍໃຈ ແລະ ອື່ນໆ.