ໃຜວ່າວຽງຈັນເສົ້າ ເຊົາເດີ້ຢ່າຟ້າວວ່າ

ໂດຍ:ທິດກໍ່າ
ໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ມາຮອດປັດຈຸບັນນີ້ ຖືວ່າເກືອບສຳເລັດຮ້ອຍເປີເຊັນແລ້ວ. ຕາມແຜນທີ່ຄາດກະໄວ້ໃນວັນທີ 2 ທັນວາ 2021 ໂອກາດສະຫລອງວັນຊາດຄົບຮອບ 46 ປີ ກໍຈະມີພິທີເປີດນຳໃຊ້ຢ່າງເປັນທາງການ. ຫລ້າສຸດໃນວັນທີ 16 ຕຸລາ 2021 ຜ່ານມາ, ຂະບວນລົດໄຟຂະບວນທຳອິດ ຊື່ວ່າຂະບວນລ້ານຊ້າງ ກໍໄດ້ເດີນທາງຈາກນະຄອນຄຸນໝິງ ສປ ຈີນ ມາເຖິງນະຄອນຫລວງວຽງຈັນຢ່າງສະຫງ່າອົງອາດ ແລະ ເອກອ້າງທະນົງໃຈ.
ຫາກຕັ້ງໂຈດກັນວ່າ, ໃນເມື່ອເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ສາຍນີ້ໄດ້ເປີດຮັບໃຊ້ບໍລິການສັງຄົມແລ້ວ ເສດຖະກິດລາວຈະເປັນແນວໃດ. ຄຳຕອບໂຈດກໍຄື ມັນຈະເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງກ້າວກະໂດດຂັ້ນຢ່າງແນ່ນອນ. ໃນນີ້ບັນດາຂະແໜງການເສດຖະກິດທີ່ມີການປ່ຽນແປງ ແລະ ເຕີບໂຕໃຫຍ່ຫລວງກໍແມ່ນການຂົນສົ່ງ. ນະຄອນຫລວງວຽງຈັນຈະກາຍເປັນສູນກາງໂລຈິສຕິກເຊື່ອມຈອດໃສ່ການຂົນສົ່ງທາງລົດໄຟໄປຈີນ ແລະ ບັນດາປະເທດອາຊີ ແລະ ເອີຣົບ. ສ່ວນຂະແໜງການອັນທີສອງກໍແມ່ນການທ່ອງທ່ຽວ ຄາດວ່າພາຍຫລັງເປີດເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ໄປພ້ອມການເປີດປະເທດ ສາມາດໄປມາຫາສູ່ກັນໄດ້ແລ້ວ, ບັນດານັກທ່ອງທ່ຽວຈາກທຸກສາລະທິດ ນັບທັງພາຍໃນ ແລະ ຕ່າງປະເທດກໍຈະຫລຸຫລັ່ງມາທ່ຽວເມືອງລາວ ພ້ອມມາສຳຜັດກັບລົດໄຟຄວາມໄວສູງໄປທ່ຽວວັງວຽງ, ຫລວງພະບາງ, ອຸດົມໄຊ ແລະ ແຂວງອື່ນໆທາງພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ຫລາຍຂຶ້ນ. ນອກຈາກສອງຂະແໜງການນີ້ແລ້ວ ໃນຂົງເຂດການຜະລິດສິນຄ້າເພື່ອສົ່ງອອກໄປຂາຍທີ່ປະເທດຈີນກໍຍິ່ງສະດວກວ່ອງໄວຂໍພຽງແຕ່ວ່າຈະສາມາດຜະລິດຕອບສະໜອງຕໍ່ຄວາມຕ້ອງການຂອງ ສປ ຈີນ ໄດ້ ຫລື ບໍ່. ຍົກຕົວຢ່າງການຜະລິດງົວໃຫ້ໄດ້ປີໜຶ່ງ 5 ແສນໂຕ ແລະ ພືດຜັກໝາກໄມ້ທີ່ມີຄຸນນະພາບຫລາຍແສນໂຕນໃນແຕ່ລະປີ.
ນອກຈາກສິ່ງຕ່າງໆທີ່ກ່າວມາຂ້າງເທິງນີ້ແລ້ວ, ບັນຫາການຄ້າ, ການລົງທຶນໃນນະຄອນຫລວງວຽງຈັນຕາມເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ ແລະ ຕາມສະຖານີລົດໄຟແຕ່ລະບ່ອນກໍຈະເບັ່ງບານແຕກໜໍ່ຈໍ່ແນວຂຶ້ນປານດອກເຫັດ. ສະຫລຸບແລ້ວ ພາຍຫລັງເປີດເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄປແລ້ວ, ລາວເຮົາມີແຕ່ໄດ້ກັບໄດ້. ນະຄອນຫລວງວຽງຈັນກໍຈະກາຍເປັນສູນກາງເສດຖະກິດ-ສັງຄົມຂອງປະເທດຢ່າງຮຸ່ງເຮືອງເຫລືອງເຫລື້ອມ ສົມກັບສຸພາສິດບູຮານວ່າ: ໃຜວ່າວຽງຈັນເສົ້າ ເຊົາເດີ້ຢ່າຟ້າວວ່າ ມັນຊິໂປ້ບາດຫລ້າ ໝາກແຕງຊ້າງໜ່ວຍປາຍ” ວ່ານາ.

