ປະທານ ສະພາແຫ່ງຊາດ ພ້ອມດ້ວຍ ສສຊ ຊຸດທີ IX ທົດລອງຂີ່ລົດໄຟ ຂະບວນລ້ານຊ້າງ ນະຄອນຫລວງວຽງຈັນ-ວັງວຽງ

ໃນຕອນບ່າຍ ວັນທີ 17 ພະຈິກ 2021 ນີ້, ພາຍຫລັງສໍາເລັດການດຳເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄະນະຜູ້ແທນສະມາຊິກສະພາແຫ່ງຊາດ ນຳໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ພ້ອມກັນໄປຢ້ຽມຊົມໂຄງການລົດໄຟລາວ-ຈີນ ແລະ ທົດລອງຂີ່ລົດໄຟ ຂະບວນລ້ານຊ້າງ ຈາກສະຖານີນະຄອນຫລວງວຽງຈັນ-ສະຖານີວັງວຽງ ແຂວງວຽງຈັນ ໂດຍໃຫ້ການຕ້ອນຮັບຂອງທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ.
ໃນການໂອກາດຢ້ຽມຢາມ ແລະ ທອງລອງຂີ່ລົດໄຟລາວ-ຈີນຄັ້ງນີ້ ສະມາຊິກສະພາແຫ່ງຊາດ ບາງເຂດເລືອກຕັ້ງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ມີຄວາມພາກພູມໃຈ ແລະ ດີໃຈຫລາຍ ທີ່ໄດ້ມີໂອກາດມາຂີ່ລົດໄຟໃນຄັ້ງນີ້ ຊຶ່ງເປັນຂະບວນລົດໄຟ ທໍາອິດ ຂອງ ສປປ ລາວ, ຖືເປັນຄັ້ງປະຫວັດສາດ ຖ້າຮອດມື້ເປີດນໍາໃຊ້ຢ່າງເປັນທາງການແລ້ວ ຈະເປັນຜົນດີຫລາຍຢ່າງໃຫ້ແກ່ສັງຄົມ ກໍຄື ປະຊາຊົນລາວບັນດາເຜົ່າ ໄດ້ໄປມາຫາສູ່ກັນຢ່າງສະດວກສະບາຍ ແລະ ປະຢັດເວລາ, ທັງເປັນຜົນດີຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຊຶ່ງຈະເປັນຂົວຕໍ່ໃນການດຶງດູດເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ຫລາຍຂຶ້ນ, ທັງດຶງດູດເອົານັກລົງທຶນ ເຂົ້າມາລົງທຶນໃນຂະແໜງການຕ່າງໆເພີ່ມຂຶ້ນ, ລວມເຖິງການນຳເຂົ້າ ແລະ ສົ່ງອອກສິນຄ້າ ຈາກແຂວງ-ແຂວງ, ເມືອງ-ເມືອງ, ຈາກ ລາວ ໄປ ຈີນ ໄດ້ຢ່າງສະດວກສະບາຍ, ວ່ອງໄວ ແລະ ປະຢັດເວລາ.
ທາງລົດໄຟ ລາວ-ຈີນ ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ສະເພາະໄລຍະເວລາການກວດກາເຕັກນິກເຄື່ອນທີ່ນັ້ນ, ລົດໄຟຈະເລີ່ມທົດລອງແລ່ນໃນຄວາມໄວ 80 ກິໂລ ແມັດຕໍ່ຊົ່ວໂມງ ແລະ ຄ່ອຍຍົກລະດັບຄວາມໄວຂຶ້ນຕາມການອອກແບບ ຈົນຮອດຄວາມໄວສູງສຸດ 176 ກິໂລແມັດຕໍ່ຊົ່ວໂມງ. ສະເພາະ ລົດໄຟຂະບວນລ້ານຊ້າງ, ມີທັງໝົດ 9 ຕູ້ ຊຶ່ງລວມມີ: ຕູ້ລົດໄຟທີ່ຂັບເຄືື່ອນໄດ້ເອງ 1 ຕູ້, ຕູ້ລົດໂດຍສານຊັ້ນ 1 ແລະ ຕູ້ຫ້ອງອາຫານ 1 ຕູ້, ຕູ້ລົດໂດຍສານຊັ້ນສອງ 6 ຕູ້, ທັງໝົດສາມາດບັນຈຸໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ.
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ມີສະຖານີລົດໄຟທັງໝົດ 33 ສະຖານີ ໃນນັ້ນມີສະຖານີໂດຍສານ ແລະ ສິນຄ້າລວມຢູ່ນຳກັນ 11 ແຫ່ງ, ສະຖານີສິນຄ້າສະເພາະ 1 ແຫ່ງ ຢູ່ນະຄອນຫລວຽງຈັນ, ມີຈຸດສະຫລັບລາງ ແລະ ຈຸດຫລີກ ທັງໝົດ 284 ແຫ່ງ.

