ສສຊ ສະເໜີໃຫ້ແກ້ໄຂຫລາຍບັນຫາຕໍ່ຮ່າງກົດໜາຍວ່າດ້ວຍຍານພາຫະນະທາງບົກ

ໃນວັນທີ 10 ພະຈິກ 2021 ນີ້, ທີ່ ສະພາແຫ່ງຊາດ, ຕາມວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX, ທ່ານ ພັນໂທ ວິໄລ ຕຸລາທອງ ສະມາຊິກສະພາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ມີຄໍາເຫັນແລກປ່ຽນໃນບາງຈຸດເຊັ່ນ: ການຂຶ້ນທະບຽນ ແລະ ຕິດປ້າຍລົດ, ຜ່ານມາວຽກງານນີ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ແຕ່ໃນຄວາມເປັນຈິງແລ້ວ ຍັງມີຍານພາຫະນະເປັນຕົ້ນລົດໃຫຍ່, ລົດຈັກຈຳນວນຫລວງຫລາຍທີ່ບໍ່ທັນໄດ້ຂຶ້ນທະບຽນ ແລະ ຕິດປ້າຍ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນ, ຢູ່ເຂດຊົນນະບົດ ແລະ ສາເຫດທີ່ພາໃຫ້ປະຊາຊົນຜູ້ທີ່ນໍາໃຊ້ຍານພາຫະນະບໍ່ໄປຂຶ້ນທະບຽນຍານພາຫະນະເຫັນວ່າມີ 2 ສາເຫດຕົ້ນຕໍຄື: ເນື່ອງຈາກຊື້ ແລະ ນໍາໃຊ້ລົດທີ່ນໍາເຂົ້າໂດຍບໍ່ຖືກຕ້ອງຕາມກົດໝາຍ, ບໍ່ມາເສຍພາສີຕາມລະບຽບການ, ອີກບັນຫາໜຶ່ງ ຍ້ອນການບໍລິຫານຂອງພາກລັດໃນການຂຶ້ນທະບຽນການຕິດປ້າຍລົດມີຫລາຍຂັ້ນຕອນທີ່ສ້າງຄວາມຫຍຸ້ງຍາກໃຫ້ຜູ້ນໍາໃຊ້ຍານພາຫະນະ ເອີ້ນວ່າມີ 4 ຂັ້ນຕອນ ( ແຕ່ກ່ອນຈະເຂົ້າເຖິງ 4 ຂັ້ນຕອນດັ່ງກ່າວແມ່ນມີຄວາມຫຍຸ້ງຍາກຫລາຍ ) ເຮັດໃຫ້ປະຊາຊົນບໍ່ຢາກມາຂຶ້ນທະບຽນ ແລະ ບໍ່ໄດ້ຕິດປ້າຍລົດ, ເປັນສາເຫດເຮັດໃຫ້ກຸ່ມຄົນຈຳນວນໜຶ່ງສວຍໃຊ້ພາຫະນະທີ່ບໍ່ໄດ້ຂຶ້ນທະບຽນ ຊຶ່ງນໍາໃຊ້ໄປກໍ່ອາຊະຍາກຳປະເພດຕ່າງໆເຊັ່ນ: ການລັກຊັບ, ປຸ້ນຈີ້, ຊີງຊັບ ແລະ ອື່ນໆ, ສ້າງປະກົດການຫຍໍ້ທໍ້ໃຫ້ກັບສັງຄົມ. ບັນຫາທີ່ບໍ່ເສຍຄ່າທຳນຽມທາງ, ບໍ່ໄດ້ເສຍຄ່າປະກັນໄພ ເຮັດໃຫ້ງົບປະມານຂອງລັດຫລຸດລົງ. ດັ່ງນັ້ນ, ຈຶ່ງສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງ ຄວນລະບຸໄວ້ໃນໜ້າທີ່ ແລະ ສິດໜ້າທີ່ຢູ່ໃນຫ້ອງການ ຍທຂ ເມືອງໄດ້ບໍ?. ກ່ຽວກັບການຂຶ້ນທະບຽນ ແລະ ຕິດປ້າຍລົດຢູ່ຂັ້ນເມືອງແມ່ນບໍ່ມີ. ຜ່ານມາມີແຕ່ຢູ່ຂັ້ນແຂວງ, ສຳລັບ ຂໍ້ 1 ຂອງມາດຕາ 79, ຂໍ້ 2 ຂອງມາດຕາ 80, ຂໍ້ 3 ຂອງມາດຕາ 81 ກ່ຽວກັບສິດ ແລະ ໜ້າທີ່ຂອງພະແນກ ຍທຂ ແຂວງ, ນະຄອນຫລວງ, ສິດ-ໜ້າທີ່ຂອງຫ້ອງການ ຍທຂ ເມືອງ, ເທດສະບານ ແລະ ສິດ-ໜ້າທີ່ຂອງຂະແໜງການປ້ອງກັນຄວາມສະຫງົບທີ່ລະບຸໄວ້ ຊຶ່ງເນື້ອໃນມີລັກສະນະເປັນອັນດຽວກັນ ແຕ່ໃນພາກປະຕິບັດຕົວຈິງເຫັນວ່າຖ້າເຮົາລະບຸແບບນີ້ ຈະເຮັດໃຫ້ໂຍນຄວາມຮັບຜິດຊອບໃຫ້ກັນຄືໃນຜ່ານມາ. ສະນັ້ນ ຄວນລະບຸໃຫ້ລະອຽດແຈ້ງຕື່ມ ເພື່ອສະໜອງໃຫ້ແກ່ການເຄື່ອນໄຫວໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ນິຕິກຳລຸ່ມກົດໝາຍໃຫ້ໄດ້ຮັບຜົນດີນັ້ນ. ສະເໜີໄປຍັງພາກສ່ວນກ່ຽວຂ້ອງການສະໜອງດ້ານງົບປະມານເພື່ອຮັບໃຊ້ເຂົ້າໃນການໂຄສະນາວຽກງານດັ່ງກ່າວເຫັນວ່າຍັງບໍ່ທັນເຂັ້ມແຂງ ເຮັດໃຫ້ມີສະພາບເກີດອຸບັດເຫດຫຼາຍ ຊຶ່ງສະແດງອອກໃນ 9 ເດືອນຜ່ານມາ ສະເພາະຢູ່ແຂວງອຸດົມໄຊ ມີຄະດີອຸບັດເຫດເກີດຂຶ້ນ 247 ຄັ້ງ. ໃນນີ້, ມີຍານພາຫະນະເປ່ເພທັງໝົດ 500 ກວ່າຄັນ, ມີ 28 ຄັນໃຊ້ການບໍ່ໄດ້, ຄົນໄດ້ຮັບບາດເຈັບທັງໝົດ 500 ກວ່າຄົນ, ເສຍຊີວິດ 37 ຄົນ, ຊຶ່ງໄດ້ສ້າງຄວາມເສຍຫາຍໃຫຍ່ຫລວງໃຫ້ແກ່ຊັບສົມບັດຂອງລັດຂອງບຸກຄົນ, ສ້າງຄວາມບໍ່ສະຫງົບໃນສັງຄົມ ດັ່ງນັ້ນ, ຂໍສະເໜີໃຫ້ກະຊວງທີ່ກ່ຽວຂ້ອງຄວນຈັດສັນງົບປະມານເພື່ອຮັບໃຊ້ໃຫ້ແກ່ວຽກງານດັ່ງກ່າວ.

