ກົງສູນໃຫຍ່ລາວ ປະຈຳນະຄອນຄຸນໝິງສະເຫລີມສະຫລອງປີໃໝ່ລາວ

ເມື່ອບໍ່ດົນມານີ້, ກົງສູນ ໃຫຍ່ລາວ ປະຈຳນະຄອນ ຄຸນໝິງ ແຂວງຢຸນນານ, ສປ ຈີນ ໄດ້ຈັດງານເທດສະການ ບຸນປີໃໝ່ລາວ ເພື່ອເປັນການ ສືບສານປະເພນີ ແລະ ເຜີຍ ແຜ່ວັດທະນາທຳອັນດີງາມ ຂອງຊາດລາວ, ໂດຍມີ ທ່ານ ຄຳພອນ ວົງສັນຕິ ຫົວໜ້າ ກົງສູນໃຫຍ່ລາວ ປະຈຳນະ ຄອນຄຸນໝິງ ພ້ອມດ້ວຍ ຄະນະ, ມີບັນດາຄົນ ລາວທີ່ ອາໄສຢູ່ໃນຄຸນຫມິງ, ຄູອາ ຈານ, ນັກສຶກສາລາວ ລວມ ທັງບັນດາຫົວໝ່ວຍທຸລະກິດ ສປ ຈີນ ເຂົ້າຮ່ວມ.
+ ສະຖານທູດລາວ ທີ່ບາງກອກ ສະເຫລີມສະຫລອງປີໃໝ່ລາວ ພສ 2561
+ ປວງຊົນລາວສະຫລອງປີໃໝ່ດ້ວຍບັນຍາກາດຟົດຟື້ນ
ໂອກາດດັ່ງກ່າວ, ທ່ານ ຄຳພອນ ໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນ ຂອງ ປີໃໝ່ລາວ, ຖືເປັນວັນ ຂຶ້ນປີໃໝ່ຂອງລາວ ແລະ ໄດ້ ຍ້ອງຍໍຊົມເຊີຍສະມາຄົມ ນັກສຶກສາລາວ ທີ່ໄດ້ໃຫ້ການ ຮ່ວມມືເຜີຍແຜ່ຮີດຄອງປະ ເພນີລາວ ໃຫ້ຊາວຕ່າງ ປະ ເທດໄດ້ຮັບຮູ້ ແລະ ໄດ້ເພີດ ເພີນກັບບັນຍາກາດຂອງປະເພນີປີໃໝ່ລາວ. ໃນງານຄັ້ງ ນີ້, ໄດ້ມີຫລາກຫລາຍກິດ ຈະກຳ ເປັນຕົ້ນແມ່ນ ພິທີບາ ສີສູ່ຂວັນ, ຫົດນໍ້າ, ການສະ ແດງສິລະປະ ແລະ ການຊິມ ອາຫານລາວດ້ວຍບັນຍາ ກາດມ່ວນຊື່ນ./.

