10 ອັນດັບສາຍການບິນສຸດຍອດທີ່ສຸດໃນໂລກ ປະຈຳປີ 2020

ນິວຊີແລນ ປະເທດທີ່ບໍ່ພຽງແຕ່ໂດດເດັ່ນໃນເລື່ອງຂອງຊາຍຫາດ, ທານນຳ້ກ້ອນ ຫລື ພູເຂົາທີ່ທອດຍາວເທົ່ານັ້ນ, ແຕ່ສາຍການບິນຂອງປະເທດນີ້ຍັງເປັນຜູ້ນຳໃນອຸດສາຫະກຳການບິນນຳອີກ.

ສາຍການບິນ Air New Zealandໄດ້ຮັບການຈັດອັນດັບໃຫ້ເປັນສາຍການບິນຍອດຍ້ຽມປະຈຳປີ 2020 ໂດຍເວັບໄຊ AirlineRatings.com   ເຊິ່ງເປັນເອເຢັນທີ່ຈັດອັນດັບສາຍການບິນ.

AirlineRatings.com  ລະບຸວ່າ : ສາຍການບິນແຫ່ງນີ້ໄດ້ທຳລາຍສະຖິຕິທັງໃນເລື່ອງປະສິດທິພາບ ແລະ ນະວັດຕະກຳການບິນ ຍັງບໍ່ລວມເຖິງບັນທຶກຄວາມປອດໄພ ແລະ ການສ້າງແຮງຈູງໃຈໃຫ້ພະນັກງານ ຈົນເຮັດໃຫ້ໄດ້ຮັບໄຊຊະນະໄປໃນທີ່ສຸດ ເຊິ່ງນີ້ເປັນຄັ້ງທີ 6 ແລ້ວທີ່ Air New Zealandໄດ້ຮັບລາງວັນສາຍການບິນດີທີ່ສຸດໃນໂລກ.

ໃນການວິເຄາະຂອງພວກເຮົາ Air New Zealandຄອງອັນດັບໜຶ່ງໃນຫລາຍຫລັກເກນຂອງການຕັດສິນ ທັງຍັງມີປະສິດທິພາບການເຮັດວຽກໂດດເດັ່ນເມື່ອປຽບທຽບຜູ້ໃຫ້ບໍລິການທີ່ມີຊັບພະຍາກອນ ແລະ ຂະໜາດໃຫຍ່ກ່ວາ – Geoffrey Thomasບັນນາທິການໃຫຍ່ AirlineRatings.com  ກ່າວ.

ທັງນີ້ ໃນປີຜ່ານມາ ສາຍການບິນຫລາຍສາຍລ້ວນແຕ່ເປີດຖ້ຽວບິນໄລຍະໄກພິເສດເພີ່ມຫລາຍຂຶ້ນ ເຮັດໃຫ້ການຈັດອັນດັບໃນປີນີ້ມີການນຳເອົາເລື່ອງນະໂຍບາຍສິ່ງແວດລ້ອມ ເຊັ່ນ : Carbon Footprint ເຂົ້າມາໃຊ້ໃນການປະເມີນນຳ.

Thomasກ່າວກັບ  CNN Travel ວ່າ : ຝູງເຮືອບິນຂອງ Air New Zealand ໄດ້ຊ່ວຍເຮັດໃຫ້ທຸລະກິດການບິນເປັນທຸລະກິດທີ່ເອົາໃຈໃສ່ລະບົບນິເວດຫລາຍຂຶ້ນ ໂດຍ 10 ປີທີ່ຜ່ານມາ ສາຍການບິນນີ້ສາມາດຫລຸດການເຜົາຜານເຊື້ອໄຟ ແລະ ເຮັດໃຫ້ການປ່ອຍແກ໊ສກາກໂບນິກຫລຸດລົງເຖິງ 22% ເຊິ່ງຫລຸດລົງຫລາຍກ່ວາຄ່າສະເລ່ຍ.

ສຳລັບການມອບລາງວັນຂອງ AirlineRatings.com ໄດ້ຮັບການຕັດສິນໂດຍບັນນາທິການທີ່ມີຄວາມຊ່ຽວຊານສະເພາະດ້ານ 7 ທ່ານ ເຊິ່ງພິຈາລະນາຈາກປັດໄຈຫລາຍປະການ ເຊັ່ນ : ຜົນການກວດສອບຄວາມປອດໄພຈາກອົງການນາໆຊາດ ແລະ ພາກລັດ ລວມທັງຫລັກເກນ 12 ປະການ ໂດຍຄອບຄຸມເຖິງອາຍຸຂອງເຮືອບິນ, ຄວາມຄິດເຫັນຈາກຜູ້ໂດຍສານ, ອັນດັບຄວາມໜ້າລົງທຶນ, ຄວາມສຳພັນຕໍ່ພະນັກງານ, ຜົນກຳໄລ ເປັນຕົ້ນ. ຍິ່ງໄປກ່ວານັ້ນ, Airline Excellence Awardsຍັງມີການປະກາດລາງວັນທີ່ສຸດຂອງທີ່ສຸດໃນໂລກການບິນ ບໍ່ວ່າຈະເປັນ ຫ້ອງເລົ້າ ຫລື ຫ້ອງຮັບຮອງທີ່ດີທີ່ສຸດ, ຫ້ອງໂດຍຊັ້ນ First Class ທີ່ດີສຸດ ແລະ ສາຍການບິນທີ່ມີຄວາມບັນເທີງເທິງເຮືອບິນໜ້າຕື່ນເຕັ້ນທີ່ສຸດ.

ສາຍການບິນ Qantasທີ່ປັດຈຸບັນເລີ່ມທົດລອງຖ້ຽວບິນໆກົງຈາກ Londonສູ່ Sydney ດ້ວຍໄລຍະທາງ 19 ຊົ່ວໂມງ ມາເປັນອັນດັບ 4 ຂອງສາຍການບິນທີ່ດີສຸດໃນໂລກ, ແຕ່ໄດ້ຮັບອັນດັບ 1 ໃນໝວດບໍລິການສາຍການບິນໃນປະເທດທີ່ດີສຸດ ແລະ ຫ້ອງເລົ້າ ຫລື ຫ້ອງຮັບຮອງທີ່ດີສຸດ.

ຂະນະທີ່ສາຍການບິນ Delta Air Lines ໄດ້ຮັບຄວາມນິຍົມສູງສຸດໃນອາເມລິກາ, Lufthansaໄດ້ຮັບຄວາມນິຍົມສູງສຸດໃນເອີຣົບ, Emiratesໄດ້ຮັບຄວາມນິຍົມສູງສຸດໃນຕາເວັນອອກກາງ/ອາຟຣິກາ ແລະ Cathay Pacificໄດ້ຮັບຄວາມນິຍົມສູງສຸດໃນອາຊີປາຊີຟິກ.

ສ່ວນຜູ້ຊະນະລາງວັນສາຍການບິນຍອດຍ້ຽມໃນປີກາຍນີ້ ດັ່ງ Singapore Airlinesໄດ້ຮັບລາງວັນຫ້ອງໂດຍສານຊັ້ນ First Class ຍອດຍ້ຽມໃນປີນີ້ ແລະ ສຳລັບໃນໝວດສາຍການບິນລາຄາປະຢັດ JetBlue ໄດ້ຮັບລາງວັນສາຍການບິນ Low cost ຍອດຍ້ຽມໃນອາເມລິກາ, Wizzໄດ້ຮັບລາງວັນສາຍການບິນ Low cost ຍອດຍ້ຽມໃນເອີຣົບ, Air Arabiaໄດ້ຮັບລາງວັນສາຍການບິນ Low cost ຍອດຍ້ຽມໃນຕາເວັນອອກກາງ ແລະ ອາຟຣິກາ ແລະ Air Asia/Air Asia Xໄດ້ຮັບລາງວັນສາຍການບິນ Low cost ຍອດຍ້ຽມໃນອາຊີປາຊີຟິກ.

ແລະ ນີ້ແມ່ນ 10 ອັນດັບສາຍການບິນຍອດຍ້ຽມປະຈຳປີ 2020 ໂດຍ AirlineRatings.com

  1. Air New Zealand.
  2. Singapore Airlines.
  3. All Nippon Airways.
  4. Qantas.
  5. Cathay Pacific.
  6. Emirates.
  7. Virgin Atlantic.
  8. EVA Air.
  9. Qatar Airways.
  10. Virgin Australia.
  • 1097 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ