4 ເຄື່ອງດົນຕີ ຊ່ວຍບຳບັດອາການສະມາທິສັ້ນໃນເດັກ

ອາການສະມາທິສັ້ນ ຖືເປັນກຸ່ມອາການອັນດັບຕົ້ນໆທີ່ເດັກຍຸກໃໝ່ກຳລັງພະເຊີນຢູ່ເປັນຈຳນວນຫລາຍ ອາດຍ້ອນສະພາບແວດ ລ້ອມອ້ອມໂຕ ບໍ່ວ່າຈະເປັນສິ່ງດຶງດູດດັ່ງເຕັກໂນໂລຊີ, ວິທີການລ້ຽງດູ ຫລື ແມ່ນແຕ່ພຶດຕິກຳຂອງພໍ່ແມ່ກໍອາດມີສ່ວນທີ່ເຮັດໃຫ້ ລູກມີໂອກາດທີ່ຈະມີອາການສະມາທິສັ້ນຫລາຍຂຶ້ນ ແລະ ຫາກບໍ່ໄດ້ຮັບການປິ່ນປົວຢ່າງຖືກຕ້ອງ ອາການສະມາທິສັ້ນ ຈະຕິດໂຕ ເດັກໄປຈົນເປັນຜູ້ໃຫຍ່ ມີຜົນເຮັດໃຫ້ພັດທະນາການບໍ່ເປັນໄປຕາມໄວ, ຮຽນຮູ້ຊ້າ, ສະມາທິບໍ່ດີ, ການຄິດ ແລະ ຕັດສິນໃຈຕ່າງໆ ບໍ່ມີປະສິດທິພາບເທົ່າທີ່ຄວນ. ແຕ່ປັດຈຸບັນອາການສະມາທິສັ້ນໃນເດັກນັ້ນມີວິທີການປິ່ນປົວທີ່ຫລາກຫລາຍ ບໍ່ວ່າຈະເປັນການໂອ້ ລົມບຳບັດ, ເຮັດກິດຈະກຳບຳບັດ ລວມເຖິງການກິນຢາເພື່ອປິ່ນປົວກໍເຮັດໄດ້, ແຕ່ນອກຈາກວິທີດັ່ງກ່າວແລ້ວ ການຫລິ້ນດົນຕີ ກໍເປັນອີກໜຶ່ງວິທີທີ່ຈະຊ່ວຍບຳບັດອາການສະມາທິສັ້ນໃນເດັກໄດ້ ເພາະການຫລິ້ນດົນຕີຈະຊ່ວຍໃຫ້ເດັກມີສະມາທິຈົດຈໍ່ຢູ່ກັບສິ່ງ ທີ່ເຮັດ ແລະ ແນ່ນອນວ່າ ດົນຕີ ຍັງເຮັດໃຫ້ເດັກນ້ອຍມ່ວນຊື່ນສະໜຸກສະໜານ ແລະ ຜ່ອນຄາຍນຳອີກ.
- ກີຕ້າ : ເປັນເຄື່ອງດົນຕີອັນດັບຕົ້ນໆທີ່ເໝາະສົມກັບການບຳບັດອາການສະມາທິສັ້ນ ເພາະກີຕ້າສາມາດຊ່ວຍໃຫ້ເດັກຈົດ ຈໍ່ກັບການກົດສາຍໂຕໂນ໊ດ ພ້ອມໄປກັບການດີດ ເຊິ່ງຕ້ອງໃຊ້ທັງສາຍຕາໃນການເບິ່ງ, ໃຊ້ສະມາທິຈົດຈໍ່ ແລະ ຝຶກຝົນ ຊ່ວຍຫລຸດອາການສະມາທິສັ້ນໄດ້ດີຫລາຍ.
- ປຽນໂນ : ເປັນເຄື່ອງດົນຕີທີ່ຊ່ວຍພັດທະນາຄວາມຄິດສ້າງສັນ ແລະ ຈິນຕະນາການໄດ້ເປັນຢ່າງດີ, ແຕ່ການນັ່ງນິ້ງໆ ຫລື ຢູ່ເສີຍ ສຳລັບເດັກສະມາທິສັ້ນຖືເປັນເລື່ອງຍາກ ແທນການບອກລູກໃຫ້ນັ່ງນິ້ງໆ ລອງໃຫ້ລູກໄດ້ລອງນັ່ງ ແລະ ກົດ ແປ້ນປຽນໂນ ຮຽນຮູ້ໂຕໂນ໊ດທີ່ສາມາດປະກອບກັນອອກມາເປັນເພງ ຈະຊ່ວຍໃຫ້ລູກນັ່ງຢູ່ກັບບ່ອນໄດ້ດົນຫລາຍຂຶ້ນ ພ້ອມທັງຝຶກສະມາທິໃນການຫລິ້ນໄປນຳ.
- ກອງຊຸດ : ກອງເປັນອີກໜຶ່ງເຄື່ອງດົນຕີທີ່ສາມາດຊ່ວຍບຳບັດອາການສະມາທິສັ້ນໃນເດັກໄດ້ ນອກຈາກການໃຫ້ເດັກ ໄດ້ລະບາຍ ແລະ ໃຊ້ພະລັງງານໃນການຕີແລ້ວ ການຕີກອງຍັງຕ້ອງຮຽນຮູ້ທີ່ຈະຕີໃຫ້ເປັນຈັງຫວະ ນອກຈາກນັ້ນ ເຄື່ອງ ດົນຕີດັ່ງກອງຊຸດ ຍັງຕ້ອງໃຊ້ທັກສະການປະສານກັນທີ່ດີລະຫ່ວາງຈັງຫວະຂອງມື ແລະຂາ ແລະ ຍັງພັດທະນາທັກສະ ກ່ຽວກັບການເຄາະຈັງຫວະນຳອີກ.
- ຮາໂມນິກ້າ ຫລື ເມົ້າອໍແກນ : ຮາໂມນິກ້າເປັນເຄື່ອງເປົ່ານ້ອຍໆທີ່ສາມາດພົກພາໄປໃສມາໃສນຳໄດ້ງ່າຍ, ຝຶກຫລິ້ນໄດ້ ບໍ່ຍາກ ຈຶ່ງຖືເປັນເຄື່ອງດົນຕີທີ່ເໝາະສົມສຳລັບບຳບັດເດັກສະມາທິສັ້ນ ເພາະສາມາດພົກຕິດໂຕໄປຫລິ້ນລະຫ່ວາງທີ່ ຕ້ອງລໍຖ້າຫຍັງດົນໆ ຫລື ໃຊ້ໄລຍະເວລາສັ້ນໆ ເພື່ອພັດທະນາສີມືການຫລິ້ນຂອງຕົນເອງໄດ້.

