ຮູ້ຫລືບໍ່ ທ່ານອາດເສຍເວລາໃຫ້ກັບໂລກອອນລາຍຫລາຍກ່ວາທີ່ຄິດ

ປະຕິເສດບໍ່ໄດ້ເລີຍວ່າເຕັກໂນໂລຊີແມ່ນສິ່ງສຳຄັນຫລາຍໃນປັດຈຸບັນ ເກືອບທຸກຄົນສາມາດເຂົ້າເຖິງອິນເຕີເນັດໄດ້ ແລະ ຄົນສ່ວນຫລາຍກໍຄົງລຶ້ງເຄີຍກັບສິ່ງທີ່ເອີ້ນວ່າ ໂລກອອນລາຍ ຫລື Social media ເປັນຢ່າງດີ, ແຕ່ເຄີຍຄິດແດ່ຫລືບໍ່ວ່າ ມັນກຳລັງສົ່ງຜົນຕໍ່ຊີວິດເຮົາຫລາຍໜ້ອຍປານໃດ ? ສິ່ງທຳອິດທີ່ທ່ານເຮັດຍາມຕື່ນນອນແມ່ນຈັບໂທລະສັບຂຶ້ນມາເບິ່ງຫລືບໍ່ ? ທຸກໆຊົ່ວໂມງທ່ານກວດເຊັກໂທລະສັບ ແລະ ໂລກອອນລາຍຂອງທ່ານຫລາຍປານໃດ ? ທຸກຊົ່ວໂມງ, ທຸກເຄິ່ງຊົ່ວໂມງ ຫລື ແມ່ນແຕ່ທຸກ 10 ນາທີ ແລະ ກ່ອນຈະຫລັບ ທ່ານໃຊ້ເວລາເທົ່າໃດກັບການເລື່ອນໜ້າຈໍໂທລະສັບໄປມາ ?
ຫາກທ່ານຄິດວ່າທ່ານຫຍຸ້ງຢູ່ກັບມັນຫລາຍເກີນໄປ ສະແດງວ່າທ່ານກຳລັງຖືກເຕັກໂນໂລຊີທຳຮ້າຍແລ້ວ. ການໃຊ້ເຕັກໂນໂລຊີຫລາຍເກີນໄປ ເຮັດໃຫ້ທ່ານຖືກດຶງດູດຄວາມສົນໃຈໄປໄວ້ກັບມັນ ນັ້ນໝາຍຄວາມວ່າທ່ານຈະບໍ່ຄ່ອຍເອົາໃຈໃສ່ກັບກິດຈະກຳອື່ນໆທີ່ອາດຈຳເປັນຫລາຍກ່ວາ ສິ່ງເຫລົ່ານີ້ມີຜົນເສຍຫລາຍກ່ວານັ້ນ ກໍຄື ມັນກຳລັງເຮັດໃຫ້ສະໝອງຂອງເຮົາຖືກດຶງຄວາມສົນໃຈໄປໄດ້ງ່າຍຂຶ້ນ ແລະ ເຮົາຈະຈົດຈໍ່ກັບເລື່ອງໃດເລື່ອງໜຶ່ງໄດ້ຢ່າງຍາກລຳບາກ.
ທ່ານເຄີຍຫລິ້ນໂທລະສັບຈົນແບັດເຕີຣີໝົດ ຫລື ສັນຍານອິນເຕີເນັດຂາດຫາຍ ແລ້ວມັນເຮັດໃຫ້ທ່ານຮູ້ສຶກກະວົນກະວາຍຫລືບໍ່ ? ທ່ານຕ້ອງຫາທາງເຂົ້າໂລກອອນລາຍໃຫ້ໄວທີ່ສຸດເພື່ອເບິ່ງວ່າມີການແຈ້ງເຕືອນຫຍັງແດ່ ? ມີຄົນມາກົດປຸ່ມ Like ຮູບຫລືຍັງ, ມີຄົນມາ Comment ແດ່ຫລືບໍ່ ? ມີຜົນການສຶກສາພົບວ່າ : ຖ້າເຮົາຖືກດຶງດູດ ຫລື ດຶງຄວາມສົນໃຈ ການທີ່ຈະກັບມາຈົດຈໍ່ໃນເລື່ອງເກົ່ານັ້ນຕ້ອງໃຊ້ເວລາສະເລ່ຍປະມານ 25 ນາທີ ແລະ ຍັງພົບຕື່ມວ່າ ໃນແຕ່ລະມື້ ຜູ້ຄົນເສຍເວລາໄປກັບສິ່ງເຫລົ່ານີ້ສະເລ່ຍ 2,5 ຊົ່ວໂມງຕໍ່ມື້, 17,5 ຊົ່ວໂມງຕໍ່ອາທິດ ນັ້ນໝາຍຄວາມວ່າ ໃນ 1 ເດືອນ ທ່ານອາດຈະເສຍເວລາໄປໂດຍບໍ່ເກີດປະໂຫຍດເຖິງ 70 ຊົ່ວໂມງ ເຊິ່ງບໍ່ແມ່ນໜ້ອຍໆເລີຍ.
ແລ້ວເຮົາຄວນຈະເຮັດແນວໃດດີ ?
- ຕື່ນເຊົ້າມາກໍຢ່າຟ້າວຈັບໂທລະສັບ : ຕອນເຊົ້າແມ່ນຊ່ວງເວລາທີ່ເໝາະສົມທີ່ສຸດສຳລັບການໃຊ້ງານສະໝອງຂອງທ່ານ ຖ້າໂທລະສັບເປັນສິ່ງທຳອິດທີ່ທ່ານຈັບຂຶ້ນມາເບິ່ງ ນັ້ນໝາຍຄວາມວ່າທ່ານຖືກດຶງຄວາມສົນໃຈຕັ້ງແຕ່ຊ່ວງເລີ່ມຕົ້ນມື້ໃໝ່ແລ້ວ.
- ຈຳກັດເວລາໃນການໃຊ້ໂລກອອນລາຍ : ຖ້າທ່ານຈຳກັດເວລາທີ່ເໝາະສົມໃນການໃຊ້ ທ່ານກໍຈະໄດ້ເວລາເພີ່ມຂຶ້ນສຳລັບການເຮັດວຽກ ຫລື ສິ່ງທີ່ທ່ານຢາກເຮັດອື່ນໆອີກຫລາຍ.
- ພະຍາຍາມລົມກັບຄົນອື່ນໃນຊີວິດຈິງແດ່ : ເວລາທີ່ເຮົາແຊັດກັນໃນໂທລະສັບ ລວມເຖິງຫລິ້ນໂລກອອນລາຍອື່ນໆໄປພ້ອມກັນ ເຮົາຍ່ອມພົບຄວາມຍາກລຳບາກໃນການສື່ສານ ເພາະວ່າປົກກະຕິແລ້ວ ສະໝອງມັກຈະບໍ່ເອື້ອອຳນວຍໃຫ້ເຮົາເຮັດຫຍັງຫລາຍຢ່າງໃນເວລາດຽວກັນ. ລອງອອກຈາກໜ້າຈໍໂທລະສັບແລ້ວໄປລົມກັບຄົນໃນຊີວິດຈິງເບິ່ງ ມັນມ່ວນກ່ວາກັນຫລາຍ.
- ປິດການແຈ້ງເຕືອນໃນໂທລະສັບ : ເຫດຜົນງ່າຍຫລາຍ ເພາະມັນດຶງຄວາມສົນໃຈຂອງທ່ານໄດ້ງ່າຍທີ່ສຸດ (ແຕ່ຖ້າຊ່ວງເວລາໃດສຳຄັນແທ້ໆກໍເປີດໄວ້ຕາມຄວາມເໝາະສົມ).
- ເວລານັດພົບໃຜ ຫລື ໄປກັບຄົນຮັກ ພະຍາຍາມຢ່າເມົາແຕ່ຫລິ້ນໂທລະສັບ : ຊ່ວງເວລາດີໆແບບນີ້ຄົງຈະເສຍໄປເລີຍ ຖ້າທັງສອງຝ່າຍເມົາແຕ່ກົ້ມໜ້າຫລິ້ນໂທລະສັບຈົນຫລົງລືມຄຸນຄ່າຂອງເວລາ ແລະ ໂອກາດດີໆທີ່ທ່ານທັງສອງໄດ້ມາພົບພໍ້ກັນ ທ່ານບໍ່ຄິດວ່າມັນເບິ່ງແປກໆແດ່ບໍ່ ?
- ປະໂທລະສັບໄວ້ໃນລົດ : ນີ້ແມ່ນການຕັດໄຟແຕ່ຕົ້ນລົມ ຖ້າທ່ານຍັງຮູ້ສຶກລຳບາກກັບການບໍ່ເປີດໂທລະສັບຂຶ້ນມາເບິ່ງ ກໍເອົາມັນປະໄວ້ໃນລົດ ຈະໄດ້ບໍ່ຕ້ອງເຫັນມັນຢູ່ໃນສາຍຕາ.
ວິທີເຫລົ່ານີ້ທ່ານອາດຈະບໍ່ຕ້ອງເຮັດຕາມທັງໝົດກໍໄດ້, ແຕ່ຖ້າອັນໃດທ່ານພໍຈະເຮັດໄດ້ກໍໜ້າຈະລອງເບິ່ງ ແລ້ວທ່ານຈະພົບວ່າ ເວລາຊີວິດຂອງທ່ານມັນເພີ່ມຂຶ້ນມາອີກຫລາຍເລີຍ.

