ຈີນໃຫ້ຄຳໝັ້ນ ຢຸດສ້າງໂຮງໄຟຟ້າຖ່ານຫີນແຫ່ງໃໝ່ໃນຕ່າງປະເທດ ຫວັງຊ່ວຍແກ້ບັນຫາການປ່ຽນແປງສະພາບອາກາດ

ປະທານປະທານ ສີຈິ້ນຜິງ ປະກາດໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາດວ່າ: ຈີນຈະບໍ່ສ້າງໂຮງງານຖ່ານຫີນໂຄງການໃໝ່ໃນຕ່າງປະເທດ ເຊິ່ງຖືເປັນການເຄື່ອນໄຫວທີ່ອາດມີບົດບາດສຳຄັນໃນການແກ້ໄຂບັນຫາການປ່ອຍແກັສເຮືອນແກ້ວທົ່ວໂລກ.
ຜ່ານມາຈີນໄດ້ໃຫ້ທຶນສະໜັບສະໜູນໂຄງການຖ່ານຫີນໃນປະເທດຕ່າງໆເຊັ່ນ: ອິນໂດເນເຊຍ ແລະ ຫວຽດນາມ ພາຍໃຕ້ໂຄງການສ້າງພື້ນຖານຂະໜາດໃຫຍ່ທີ່ມີຊື່ວ່າ: Belt and Road Initiative, ແຕ່ຈີນຖືກກົດດັນໃຫ້ຢຸດການສະໜັບສະໜູນເງິນທຶນດັ່ງກ່າວ, ໃນຂະນະທີ່ທົ່ວໂລກພະຍາຍາມຈະບັນລຸເປົ້າໝາຍດ້ານການປ່ຽນແປງສະພາບອາກາດຕາມຂໍ້ຕົກລົງປາຣີສ (Paris Agreement).
“ຈີນຈະເພີ່ມການສະໜັບສະໜູນປະເທດກຳລັງພັດທະນາອື່ນໆໃນການພັດທະນາພະລັງງານສີຂຽວ ແລະ ກາກບອນຕໍ່າ ແລະ ຈະບໍ່ສ້າງໂຄງການໂຮງໄຟຟ້າຖ່ານຫີນແຫ່ງໃໝ່ໃນຕ່າງປະເທດ” ທ່ານ ສີຈິ້ນຜິງ ກ່າວຜ່ານວິດີໂອທີ່ບັນທຶກໄວ້ທີ່ເຜີຍແຜ່ໃນກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ.
ທ່ານ ສີຈິ້ນຜິງ ຍັງໄດ້ກ່າວເຖິງຄຳໝັ້ນສັນຍາທີ່ໃຫ້ໄວ້ໃນປີຜ່ານມາວ່າ: ການປ່ອຍແກັສກາກບອນໄດອອກໄຊຂອງຈີນຈະຂຶ້ນເຖິງຄ່າສູງສຸດກ່ອນປີ 2030 ແລະ ຈະຫລຸດການປ່ອຍກາກບອນໄດອອກໄຊສຸດທິໃຫ້ເປັນສູນ (Carbon Neutrality) ພາຍໃນປີ 2060.
ທັງນີ້ ບໍ່ມີການໃຫ້ລາຍລະອຽດເພີ່ມຕື່ມ, ແຕ່ຄາດວ່າການເຄື່ອນໄຫວດັ່ງກ່າວອາດສົ່ງຜົນກະທົບຕໍ່ການຂະຫຍາຍໂຮງງານຖ່ານຫີນໃນປະເທດກຳລັງພັດທະນາຫລາຍແຫ່ງພາຍໃຕ້ໂຄງການ Belt and Road Initiative (BRI) ຂອງຈີນ.
ໂດຍພາຍໃຕ້ໂຄງການ BRI ນັ້ນ ຈີນໃຫ້ທຶນສະໜັບສະໜູນການສ້າງທາງລົດໄຟ, ຖະໜົນ, ທ່າເຮືອ ແລະ ໂຮງງານຖ່ານຫີນໃນຫລາຍປະເທດ ເຊິ່ງສ່ວນຫລາຍເປັນປະເທດກຳລັງພັດທະນາ. ເຖິງຢ່າງໃດກໍຕາມ, ຈີນບໍ່ໄດ້ໃຫ້ທຶນສະໜັບສະໜູນໂຄງການຖ່ານຫີນໃນຊ່ວງເຄິ່ງທຳອິດຂອງປີ 2021 ເຊິ່ງເປັນຄັ້ງທຳອິດໃນຮອບຫລາຍປີ.
ອ້າງອີງ:

