ຜູ້ນຳອິນໂດເນເຊຍພົບ ‘ອີລອນ ມັສ’ ຫລັງປະຊຸມອາຊຽນ-ອາເມລິກາ ເຈລະຈາ ‘ເທສລາ’ ຕັ້ງໂຮງງານແບັດເຕີຣີ

ຜູ້ນຳອິນໂດເນເຊຍຖືໂອກາດຢ້ຽມຢາມອາເມລິກາ ເຈລະຈາກັບ ‘ອີລອນ ມັສ’ ຫລັງປະຊຸມສຸດຍອດອາຊຽນ-ອາເມລິກາ ຫວັງເລັ່ງປິດຂໍ້ຕົກລົງດຶງ ‘ເທສລາ’ ຕັ້ງໂຮງງານແບັດເຕີຣີ, ອຸດສາຫະກຳລົດຍົນໄຟຟ້າ ແລະ ຕັ້ງຖານຈະຫລດສະເປຊເອັກໃນອິນໂດເນເຊຍ.

ວັນທີ 16 ພຶດສະພາ 2022, ເຟສບຸກທ່ານ ໂຈໂຄ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ເຜີຍແພ່ຮູບຂະນະກຳລັງເຈລະຈາກັບທ່ານ ອີລອນ ມັສ ປະທານຜູ້ບໍລິຫານຂອງບໍລິສັດຜະລິດລົດຍົນໄຟຟ້າເທສລາ (Tesla) ໃນວັນທີ 15 ພຶດສະພາ ຢູ່ສຳນັກງານໃຫຍ່ເທສລາໃນລັດເທັກຊັສຂອງອາເມລິກາ ໂດຍນີ້ເປັນການຢ້ຽມຢາມຫລັງຈາກຜູ້ນຳອິນໂດເນເຊຍເຂົ້າຮ່ວມປະຊຸມສຸດຍອດອາຊຽນ-ອາເມລິກາ ໃນທ້າຍອາທິດຜ່ານມາ.

ໂດຍໃນໂພສຂອງຜູ້ນຳອິນໂດເນເຊຍລະບຸພຽງສັ້ນໆວ່າ: ທ່ານໄດ້ຫາລືກັບທ່ານ ອີລອນ ມັສ ເຖິງເລື່ອງເຕັກໂນໂລຊີ ແລະ ນະວັດຕະກຳຕ່າງໆ. ຂະນະທີ່ຖະແຫລງການລັດຖະບານອິນໂດເນເຊຍລະບຸວ່າ: ປະທານຜູ້ບໍລິຫານເທສລາເປີດທາງສ້າງການຮ່ວມມືກັບອິນໂດເນເຊຍຫລາຍຮູບແບບ ເພາະເບິ່ງວ່າອິນໂດເນເຊຍມີປະສິດທິພາບຫລາຍດ້ານ.

ການເດີນທາງຢ້ຽມຢາມບໍລິສັດເທສລາ ແລະ ພົບກັບທ່ານ ອີລອນ ມັສ ເກີດຂຶ້ນຫລັງຈາກຜູ້ແທນລັດຖະບານອິນໂດເນເຊຍ ເຈລະຈາກັບບໍລິສັດເທສລາຫລາຍເທື່ອ ເພື່ອຫວັງໃຫ້ບໍລິສັດລົດຍົນໄຟຟ້າເຈົ້ານີ້ເຂົ້າໄປລົງທຶນສ້າງໂຮງງານແບັດເຕີຣີໃນອິນໂດເນເຊຍ.

ລາຍງານຂອງສຳນັກຂ່າວຣອຍເຕີລະບຸວ່າ: ໃນໄລຍະຫລາຍປີຜ່ານມາ, ທາງການອິນໂດເນເຊຍພະຍາຍາມຊັກຊວນໃຫ້ບໍລິສັດເທສລາເຂົ້າໄປລົງທຶນໃນອຸດສາຫະກຳນິກເກິລ ແລະ ໂຮງງານກ່ຽວກັບແບັດເຕີຣີໃນອິນໂດເນເຊຍ. ຂະນະດຽວກັນ ກໍສະເໜີໃຫ້ບໍລິສັດສເປຊເອັກ (SpaceX) ເຊິ່ງເປັນບໍລິສັດທ່ອງທ່ຽວອະວະກາດຂອງທ່ານ ອີລອນ ມັສ ເຂົ້າໄປລົງທຶນໃນອິນໂດເນເຊຍນຳ ສອດຄ່ອງກັບກ່ອນໜ້ານີ້ ອິນໂດເນເຊຍສະເໜີເປັນທີ່ຕັ້ງຖານຍິງຈະຫລວດຂອງສເປຊເອັກມາແລ້ວ.

ໂດຍອິນໂດເນເຊຍຖືເປັນປະເທດທີ່ມີຊັບພະຍາກອນນິກເກິລຫລາຍທີ່ສຸດໃນໂລກ. ຂະນະດຽວກັນ ນິກເກິລຍັງເປັນວັດຖຸດິບສຳຄັນສຳລັບຜະລິດແບັດເຕີຣີເພື່ອໃຊ້ໃນລົດຍົນໄຟຟ້າ ເຮັດໃຫ້ຫລາຍຝ່າຍປະເມີນວ່າ: ອິນໂດເນເຊຍກຳລັງຊຸກຍູ້ໃຫ້ຕົນເອງມີບົດບາດໃນອຸດສາຫະກຳລົດຍົນໄຟຟ້າເພີ່ມຂຶ້ນ ເຊິ່ງຜ່ານມາມີລາຍງານວ່າ: ເລີ່ມມີນັກລົງທຶນ ສ.ເກົາຫລີ ແລະ ຈີນ ເລີ່ມເຂົ້າໄປລົງທຶນແລ້ວ.

ອ້າງອີງ:

https://www.facebook.com/photo?fbid=558957632253002&set=a.411319650350135

https://www.businesstoday.in/…/indonesia-prez-joko…

https://www.thejakartapost.com/…/jokowi-to-visit-elon…

https://www.csis.org/…/indonesias-nickel-industrial…