ກອງປະຊຸມວຽກງານ, ຕິດຕາມ, ກວດກາສິນຄ້າປະເພດແຮ່ທາດຈາກການຂຸດຄົ້ນ, ໄມ້, ເຄື່ອງປ່າຂອງດົງ ເພື່ອປຸງແຕ່ງຈຳໜ່າຍພາຍໃນ ແລະ ຕ່າງປະເທດ

ວັນທີ 14 ກັນຍາ 2021 ນີ້, ກະຊວງການເງິນ, ໄດ້ຈັດກອງປະຊຸມກ່ຽວກັບວຽກງານການຄຸ້ມຄອງ, ຕິດຕາມ ແລະ ກວດກາສິນຄ້າປະເພດແຮ່ທາດຈາກການຂຸດຄົ້ນ, ໄມ້, ເຄື່ອງປ່າຂອງດົງ, ເພື່ອປຸງແຕ່ງຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ, ໂດຍການເປັນປະທານຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຕາງໜ້າກົມພາສີ, ກົມສ່ວຍສາອາກອນ, ພະແນກການເງິນນະຄອນຫຼວງວຽງຈັນ, ມີຕາງໜ້າກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ເພື່ອເປັນການປຶກສາຫາລືເຜີຍແຜ່ກ່ຽວກັບການຄຸ້ມຄອງ, ຕິດຕາມ ແລະ ກວດກາ ສິນຄ້າປະເພດແຮ່ທາດຈາກການຂຸດຄົ້ນ, ໄມ້, ເຄື່ອງປ່າຂອງດົງ, ເພື່ອປຸງແຕ່ງ, ຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງ ປະເທດໂດຍໃຫ້ຂະແໜງຄຸ້ມຄອງຊັບສິນຂອງລັດເປັນເຈົ້າການໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາໃນການເຄື່ອນຍ້າຍຊັບພະຍາກອນແຮ່ທາດ, ໄມ້, ເຄື່ອງປ່າຂອງດົງເພື່ອປຸງແຕ່ງພາຍໃນ ແລະ ສົ່ງອອກຕ່າງປະເທດໂດຍປະສານສົມທົບກັບຂະແໜງພະລັງງານບໍ່ແຮ່, ຂະແໜງອຸດສາຫະກຳ ແລະ ການຄ້າ, ຂະແໜງກະສີກຳ ແລະ ປ່າໄມ້ ເພື່ອດຳເນີນການຄຸ້ມຄອງ, ຕິດຕາມ, ກວດກາ ການຢັ້ງຢຶນຄຸນນະພາບ, ແຜນການຈຳໜ່າຍ, ບໍລິມາດ, ຈຳນວນ, ນ້ຳໜັກ, ມູນຄ່າ ທີ່ໄດ້ຮັບອະນຸຍາດໃຫ້ຄົບຖ້ວນຕາມຈຳນວນ.

ສ່ວນຂະແໜງສ່ວຍສາອາກອນໃຫ້ຕິດຕາມ, ກວດກາການແຈ້ງມອບໃບແຈ້ງມອບພັນທະຈາກການຂຸດຄົ້ນປຸງແຕ່ງ, ຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດເຂົ້າງົບປະມານແຫ່ງລັດຜ່ານລະບົບ TAXRIS ແລ້ວສົ່ງຂໍ້ມູນໃຫ້ຂະແໜງພາສີດ່ານພາສີສາກົນບ່ອນສົ່ງອອກ, ເພື່ອກວດກາ ແລະ ການຄຸ້ມຄອງການສົ່ງອອກຕາມລະບຽບການ.ສຳລັບຂະແໜງພາສີໃຫ້ກວດກາສິນຄ້າຕົວຈິງໃນການສົ່ງອອກແຮ່ທາດແຕ່ລະຄັ້ງ, ເອກະສານປະກອບການສົ່ງອອກ, ສັນຍາຂົນສົ່ງ, ລາຄາສົ່ງອອກຢູ່ປາກບໍ່, ການມອບພັນທະຕ່າງໆເພື່ອກວດກາການສົມທຽບຈໍານວນບໍລິມາດ ແລະ ການຕິດຊິງຊັ່ງຕົ້ນທາງ ແລະ ຊັ່ງປາຍທາງເພື່ອດຳເນີນການແຈ້ງພາສີເປັນລາຍລະອຽດຕາມລະບຽບການ.

ໃນກໍລະນີຖ້າຫາກການຊັ່ງນ້ຳໜັກແລ້ວຫາກມີຈຳນວນ ແລະ ບໍລິມາດ ຫຼຸດ ຫຼື ລື່ນເຈົ້າໜ້າທີ່ຕ້ອງຄຸ້ມຄອງ ແລະ ປະຕິບັດມາດຕະການກົດໝາຍພາສີ, ພ້ອມທັງເຮັດບົດບັນທຶກຈຳນວນທີ່ລື່ນອະນຸຍາດສົ່ງອອກຮ່ວມກັບບໍລິສັດແລ້ວແຈ້ງໃຫຂະແໜງຄຸ້ມຄອງຊັບສິນຂອງລັດ ແລະ ຂະແໜງສ່ວຍສາອາກອນເພື່ອຄິດໄລ່ເກັບພັນທະຄືນ ຕາມລະບຽບການ.

ສ່ວນການກວດກາຢູ່ປາກບໍ່ ແລະ ໂຮງງານຕ້ອງໄດ້ເຮັດບົດບັນທຶກການກວດກາ ແລະ ຕ້ອງໜີບກົ່ວສິນຄ້າປະເພດແຮ່ທາດ, ໄມ້ ແລະ ເຄື່ອງປ່າຂອງດົງ ໂດຍຂະແໜງຄຸ້ມຄອງຊັບສິນຂອງລັດເພື່ອປ້ອງກັນບໍ່ໃຫ້ມີການລັກລອບໃນເວລາເຄື່ອນຍ້າຍທັງພາຍໃນ ແລະ ສົ່ງອອກຕ່າງປະເທດ, ໃນການເຄື່ອນຍ້າຍແຮ່ທາດທັງພາຍໃນ ແລະ ສົ່ງອອກຕ່າງປະເທດ. ນອກຈາກການປະຕິບັດຕາມຂັ້ນຕອນການອອກອະນຸຍາດຈາກຂະແໜງການກ່ຽວຂ້ອງແລ້ວ ຕ້ອງໄດ້ມີເອກະສານຢັ້ງຢືນຈາກຂະແໜງການເງິນນຳອີກດ້ວຍ.