ປກສ ເມືອງບາຈຽງຈະເລີນສຸກ ນຳຕົວກຸ່ມຍັກຍອກ-ລັກຢາງພາລາ ຂອງບໍລິສັດ ຈຳນວນ 5 ມາສຶກສາອົບຮົມ

ຂ່າວ ປກສ ແຂວງຈຳປາສັກ ລາຍງານວ່າ: ວັນທີ 8 ສິງຫາ 2025 ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ ແຂວງຈຳປາສັກ ນຳຕົວກຸ່ມ ກຸ່ມຍັກຍອກ ແລະ ລັກຢາງພາລາ ຈຳນວນ 5 ຄົນ ມາສຶກສາອົບຮົມໂດຍເຂົ້າຮ່ວມຂອງທ່ານ ພັທ ທະວິໄຊ ອາໄລຮັກ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ, ທ່ານ ພັທ ພົມມາ ສາມາດຈະເລີນ ຮອງກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ພ້ອມພາກສ່ວນກ່ຽວຂ້ອງ.
ທ່ານ ພັທ ທະວິໄຊ ອາໄລຮັກ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງພ້ອມດ້ວຍຄະນະແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມວ່າ: ການສຶກສາອົມຮົມກຸ່ມເປົ້າໝາຍຮັບຊື້ຢາງພະລາບໍ່ຖືກຕ້ອງ ແລະ ລັກຢາງພະລາ ຮັບຮູ້ແລະ ເຂົ້າໃຈກ່ຽວກັບກົດໝາຍເຂົ້າໃຈຕໍ່ບັນຫາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນແມ່ນ: ບັນຫາລັກຊັບ, ປຸ້ນຊັບ, ຊີງຊັບ, ບັນຫາຄ້າຂາຍເຖື່ອນ, ຄ້າຂາຍຢາເສບຕິດ ແລະ ບັນຫາອື່ນໆທີ່ສ້າງຄວາມບໍ່ສະຫງົບ.
ນອກນີ້, ຍັງອົບຮົມດັດປ່ຽນແນວຄິດ ແລະ ພຶດຕິກຳກາຍເປັນລູກຫຼານທີ່ດີຂອງພໍ່ແມ່, ທຳມາຫາກິນດ້ວຍຄວາມບໍລິສຸດສັດຊື່, ພ້ອມກັນສະກັດກັ້ນ ແລະ ຕ້ານບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໃນຕອນທ້າຍຍັງໄດ້ເຮັດບົດບັນທຶກ ແລະ ສົ່ງໃຫ້ຜູ້ ປົກຄອງເພື່ອນໍາໄປສຶກສາອົບຮົມລູກຫຼານຂອງຕົນຕື່ມເພື່ອບໍ່ໃຫ້ກັບມາກະທຳຜິດຕື່ມອີກໃນຄັ້ງຕໍ່ໄປ.

