ປັບໃໝເຈົ້າຂອງຮ້ານສະນຸກເກີ ແລະ ຜູ້ມາໃຊ້ບໍລິການ ທີ່ລະເມີດຄຳສັ່ງປ້ອງກັນໂຄວິດ-19

ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ສົມທົບກັບອໍານາດການປົກຄອງບ້ານຄໍາຮຸ່ງ ລົງກວດກາຮ້ານສະນຸກເກີ ທີ່ຕິດພັນກັບການຫລິ້ນການພະນັນທີ່ຕ້ອງຫ້າມ ຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ ນວ, ພົບເຫັນ ຈໍານວນ 1 ຮ້ານ ທີ່ລະເມີດຕໍ່ຄຳສັ່ງເລກທີ 15/ນຍ ແລະ 015/ຈນວ, ຈຶ່ງໄດ້ຢຶດໄມ້ຕີສະນຸກເກີ 6 ອັນ, ເລັບສະນຸກເກີ 7 ອັນ ແລະ ລູກສະນຸກເກີ 60 ໜ່ວຍ. ມາໄວ້ທີ່ຫ້ອງການ ປກສ ກຸ່ມ.
ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ໃນວັນທີ 7 ກັນຍາ 2021, ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ສົມທົບກັບພາກສ່່ວນກ່ຽວຂ້ອງ ລົງກວດກາ ຮ້ານສະນຸກເກີຂອງ ທ້າວ ຄໍາຮຸ່ງ ດວງປະເສີດ ອາຍຸ 39 ປີ, ຢູ່ບ້ານດົງປາແຫລບ ເມືອງຈັນທະບູລີ ນວ ໄດ້ມາເຊົ່າສະຖານທີ່ເປີດຮ້ານສະນຸກເກີ ຢູ່ບ້ານຄໍາຮຸ່ງ ໄຊທານີ ນວ ທີ່ຍັງລັກລອບເປີດໃຫ້ບໍລິການ ຫລິ້ນການພະນັນທີ່ຕ້ອງຫ້າມ. ຜ່ານການກວດກາພາຍໃນຮ້ານ ພົບເຫັນຜູ້ມາຫລິ້ນ 7 ຄົນ ແລະ ພາຍໃນຮ້ານບໍ່ມີມາດຕະການປ້ອງກັນເຊື້ອພະຍາດໂຄວິດ-19 ຄື: ບໍ່ມີເຈວລ້າງມື ແລະ ບໍ່ມີເຄື່ອງວັດແທກອຸນນະພູມ; ເຊິ່ງຮ້ານດັ່ງກ່າວເຄື່ອນໄຫວດໍາເນີນທຸລະກິດ ໂດຍບໍ່ມີໃບອະນຸຍາດທະບຽນວິສະຫະກິດ ແລະ ລະເມີດມາດຕະການປ້ອງກັນການແພ່ລະບາດພະຍາດໂຄວິດ-19 ຜິດຕໍ່ຄໍາສັ່ງ ເລກທີ 15/ນຍ ແລະ 015/ຈນວ. ເຈົ້າໜ້າທີ່ ຈຶ່ງໄດ້ສຶກສາອົບຮົມ ໃຫ້ຢຸດເຊົາ ພ້ອມທັງ ນໍາໃຊ້ມາດຕະການປັບໃໝ ເຈົ້າຂອງຮ້ານ ຈໍານວນ 1.000.000 ກີບ. ສ່ວນຜູ້ມາໃຊ້ບໍລິການ 7 ຄົນ, ປັບໃໝຜູ້ລະ 100.000 ກີບ ພ້ອມທັງຢຶດອຸປະກອນຫລິ້ນສະນຸກເກີ ແລະ ອາຍັດໂຕະສະນຸກເກີ ບໍ່ໃຫ້ບໍລິການ.
