ອ່າງເກັບນ້ຳບໍລິສັດເຄພີຢູ່ເມືອງນານແຕກພັງ ມີຜູ້ເສຍຊີວິດ 4 ຄົນ
ແຫລ່ງຂ່າວ ຂປລ ລາຍງານວ່າ: ໃນຕອນແລງວັນທີ 27 ຕຸລານີ້, ໄດ້ເກີດເຫດອ່າງເກັບນ້ຳບໍລິສັດ ເຄພີ ສປຈີນ ຜູ້ສຳປະທານເນື້ອທີ່ປູກກ້ວຍຫອມຢູ່ເຂດທົ່ງພຽງວິໄລ, ເມືອງນານແຂວງຫລວງພະບາງແຕກພັງ ເຮັດໃຫ້ກຳມະກອນ ເສຍຊີວິດ 4 ຄົນ ແລະ ບາດເຈັບ 6 ຄົນ, ຊຶ່ງເນື່ອງມາຈາກການກໍ່ສ້າງບໍ່ໄດ້ມາດຕະຖານ (ບໍ່ໄດ້ເສີມເຫລັກ) ບໍລິສັດ ເຄພີ ຜູ້ສຳປະທານໄດ້ສະແດງຄວາມຮັບຜິດຊອບທຸກກໍລະນີຕໍ່ເຫດການທີ່ເກີດຂຶ້ນໃນຄັ້ງນີ້.

ທ່ານພັນຕີ ບຸນ ສຸລິສັກ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບກຸ່ມສີວິໄລ ເປີດເຜີຍຕໍ່ນັກຂ່າວວ່າ: ອ່າງນ້ຳດັ່ງກ່າວ, ແມ່ນບ່ອນກັກເກັບນ້ຳໃຊ້ ແລະ ນ້ຳອາບ ສຳລັບກຳມະກອນສວນກ້ວຍ, ຊຶ່ງກໍ່ສ້າງໄດ້ພຽງແຕ່ 4 ວັນ ກ່ອນເກີດເຫດ. ເປັນອ່າງ 4 ຫລ່ຽມຍາວ, ກໍ່ດ້ວຍດິນຈີ່, ປະສົມຊີມັງໜາ 20 ຊັງຕີແມັດ, ມີລວງຍາວ 5 ແມັດ, ກວ້າງ 3 ແມັດ ແລະ ສູງ 2 ແມັດ. ການກໍ່ສ້າງບໍ່ໄດ້ມາດຕະຖານ ຄືບໍ່ມີການເສີມເຫັກ, ບໍ່ມີການຄິດໄລ່ດ້ານຄຸນນະພາບ ແລະ ບໍ່ມີການຄຳນຶງເຖິງຜົນເສຍຫາຍທີ່ຈະຕາມມາ.
ສຳລັບຜູ້ເສຍຊີວິດ ແລະ ບາດເຈັບ ແມ່ນປະຊາຊົນເຜົ່າມົ້ງແຂວງຫລວງພະບາງ ແລະ ແຂວງວຽງຈັນ, ຢ່າງໃດກໍຕາມຫລັງເກີດເຫດເຈົ້າຂອງບໍລິສັດດັ່ງກ່າວ, ໄດ້ອອກມາສະແດງຄວາມຮັບຜິດຊອບຕໍ່ທຸກກໍລະນີທີ່ເກີດຂຶ້ນ, ໂດຍໄດ້ຈ່າຍເງິນເບື້ອງຕົ້ນໃຫ້ຄອບຄົວຜູ້ເສຍຊີວິດຈຳນວນ 27 ລ້ານກີບ ເພື່ອນຳໄປປະກອບພິທີທາງສາສະໜາຕາມຮີດຄອງປະເພນີ. ສ່ວນຜູ້ບາດເຈັບກໍໄດ້ຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວຮັກສາ.
ບໍລິສັດເຄພີ ຈາກປະເທດຈີນ ໄດ້ເຂົ້າມາສຳປະທານທີ່ດິນປູກກ້ວຍຢູ່ເມືອງນານໃນເນື້ອທີ່ທັງໝົດປະມານ 100 ເຮັກຕາ, ໃນແຕ່ລະປີໄດ້ສົ່ງກ້ວຍຫອມເປັນສິນຄ້າອອກສູ່ປະເທດຈີນ ຈຳນວນຫລາຍ ແລະ ກຳມະກອນຂອງບໍລິສັດສ່ວນຫລາຍແມ່ນຄົນລາວ.

