ເກີດແຜ່ນດິນໄຫວຂະໜາດ 7,0 ຢູ່ປະເທດເມັກຊິໂກ ມີປະກາດເຕືອນໄພສຶນາມິ

ເກີດແຜ່ນດິນໄວຂະໜາດ 7,0 ທີ່ປະເທດເມັກຊິໂກ ໃນຄືນວັນທີ 7 ກັນຍາ ຕາມເວລາທ້ອງຖິ່ນ ໂດຍສູນກາງຢູ່ທາງຕາເວັນອອກສຽງເໜືອຂອງເມືອງລອສອໍການອສເດິຊານອໍກັສຕິນ ໃນລະດັບຄວາມເລິກ 12,6 ກິໂລແມັດ ເບື້ອງຕົ້ນມີການປະກາດເຕືອນໄພສຶນາມິ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ ຫລື ບາດເຈັບ.
ສຳນັກງານສຳຫລວດວິທະຍາອາເມລິກາ (USGS) ລະບຸວ່າ: ສູນກາງແຜ່ນດິນໄຫວຄັ້ງນີ້ຢູ່ຫ່າງຈາກເມືອງອາກາປຸລໂກປະມານ 13 ກິໂລແມັດ. ຂະນະທີ່ສຳນັກງານມະຫາສະໝຸດ ແລະ ບັນຍາກາດແຫ່ງຊາດ ລະບຸວ່າ: ລະບົບເຕືອນໄພສຶນາມິຂອງອາເມລິກາເຕືອນວ່າມີຄວາມສ່ຽງຈະເກີດສຶນາມິຫລັງແຜ່ນດິນໄຫວ.
ຮູບຂ່າວຈາກ AFP ເປີດເຜີຍໃຫ້ເຫັນລົດໃຫຍ່ຫລາຍຄັນນອກໂຮງແຮມແຫ່ງໜຶ່ງໃນເມືອງອາກາປຸລໂກ ລັດເກເຣໂຣ ໄດ້ຮັບຄວາມເສຍຫາຍຈາກໂຄງສ້າງອາຄານທີ່ພັງຖະຫລົ່ມລົງມາ. ນອກຈາກນີ້ ຍັງເກີດຮອຍແຕກແຫງຢູ່ອາຄານຫລາຍຫລັງຈາກແຮງສັ່ນສະເທືອນ.
CNN ລາຍງານວ່າ: ຢູ່ນະຄອນຫລວງເມັກຊິໂກຊິຕີ້ມີສຽງເຕືອນໄພດັງຂຶ້ນບໍ່ດົນກ່ອນຈະເກີດການສັ່ນສະເທືອນຂອງແຜ່ນດິນໄຫວ. ເຖິງຢ່າງໃດກໍຕາມ, ທ່ານ ເຄລາເດຍ ເຊອິນເບົາ ເປີດເຜີຍຜ່ານທາງທະວິດເຕີວ່າ: ບໍ່ມີລາຍງານຄວາມເສຍຫາຍຮຸນແຮງຢູ່ເມືອງຫລວງ, ແຕ່ຄົນຈຳນວນຫລາຍບໍ່ມີໄຟຟ້າໃຊ້ຊົ່ວຄາວ.
ສ່ວນລະບົບລົດໄຟກກັບມາໃຫ້ບໍລິການອີກ ຫລັງມີການປະເມີນຄວາມເສຍຫາຍຈາກແຜ່ນດິນໄຫວຕາມມາດຕະການເບື້ອງຕົ້ນ.
ທັງນີ້ ເຫດການແຜ່ນດິນໄຫວບໍ່ແມ່ນເລື່ອງແປກໃນເມັກຊິໂກ ເນື່ອງຈາກທີ່ຕັ້ງທາງພູມສາດຂອງເມັກຊິໂກຕັ້ງຢູ່ຂອບແຜ່ນເປືອກໂລກຂອງອາເມລິກາເໜືອ ໂດຍໃນອະດີດເຄີຍເກີດແຜ່ນດິນໄຫວໃຫຍ່ 2 ຄັ້ງ ໃນເດືອນກັນຍາ ປີ 2017 ແລະ ວັນທີ 19 ກັນຍາ 1985 ເກີດແຜ່ນດິນໄຫວຂະໜາດ 8,0 ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດເຖິງ 9.500 ຄົນ ທັງໃນ ແລະ ອ້ອມຮອບນະຄອນຫລວງເມັກຊິໂກຊິຕີ້.
ອ້າງອີງ:

