ອາຣັບບີ ຊາອຸດິດ-UAE ມອບເງິນມະຫາສານຊ່ວຍເຫລືອຊູດັງ

ອາຣັບບີ ຊາອຸດິດ ແລະ ສະຫະນະຄອນ ເອເມຣັດ ອາຣັບ ມອບເງິນຊ່ວຍເຫລືອລວມກັນ 3.000 ລ້ານໂດລາສະຫະລັດ ໃຫ້ແກ່ຊູດັງ ທ່າມກາງກະແສຂ່າວວ່າທັງສອງປະເທດ “ກ່ຽວຂ້ອງ” ກັບເຫດລັດຖະປະຫານຄັ້ງຫລ້າສຸດ, ສ່ວນການເຈລະຈາລະຫວ່າງກອງທັບກັບຝ່າຍປະຊາຊົນຍັງບໍ່ໄດ້ຂໍ້ສະຫລຸບ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ລັດຖະບານອາຣັບບີ ຊາອຸດິດ ແລະ ສະຫະນະຄອນ ເອເມຣັດ ອາຣັບ (UAE) ອອກຖະແຫລງການຮ່ວມກັນໃນວັນທີ 21 ເມສາ ເລື່ອງການມອບຄວາມຊ່ວຍເຫລືອໃນທຸກດ້ານທີ່ຈຳເປັນໃຫ້ແກ່ຊູດັງ ມູນຄ່າ 3.000 ລ້ານໂດລາສະຫະລັດ ໂດຍແບ່ງເປັນງົບປະມານສະໜັບສະໜູນ 500 ລ້ານໂດລາສະຫະລັດ ເພື່ອສົ່ງເສີມສະຖຽນລະພາບໃຫ້ແກ່ທະນາຄານກາງຊູດັງ ແລະ ທີ່ເຫລືອອີກ 2.500 ລ້ານໂດລາສະຫະລັດ ສຳລັບຈັດສັນການຊ່ວຍເຫລືອດ້ານມະນຸດສະທຳ ບໍ່ວ່າຈະເປັນອາຫານ, ຢາປິ່ນປົວ ແລະ ເຊື້ອໄຟ.
ເຖິງຢ່າງໃດກໍຕາມ, ຖະແຫລງການຮ່ວມຂອງລັດຖະບານທັງສອງປະເທດບໍ່ໄດ້ລະບຸວ່າ: ເງິນທັງໝົດຄື “ເງິນກູ້” ຫລື “ເງິນຊ່ວຍເຫລືອລ້າ” ທ່າມກາງກະແສຂ່າວວ່າ: ທັງສອງປະເທດ “ຢູ່ເບື້ອງຫລັງ” ການສະໜັບສະໜູນກອງທັບຊູດັງກໍ່ລັດຖະປະຫານໂຄ່ນລົ້ມອຳນາດອະດີດປະທານາທິບໍດີ ໂອມາ ອັລ-ບາເຊຍ ໄວ 75 ປີ ເຊິ່ງຄອງອຳນາດມາກວ່າ 30 ປີ ໃນວັນທີ 11 ເມສາ.

