ຈີນຜະລິດວັກຊີນ ລູກປະສົມ vaccine V-01 ກຽມທົດລອງໃນຟີລິບປິນແລ້ວ

ວັກຊີນປ້ອງກັນໂຄວິດ-19 ຊະນິດໂປຣຕີນລູກປະສົມ ຫຼື vaccine V-01 ຊຶ່ງພັດທະນາໂດຍຈີນ ໄດ້ຮັບອະນຸມັດການທົດລອງ ທາງຄລີນິກໄລຍະທີ 3 ໃນຟິລິບປິນແລ້ວ.
ສຳນັກງານຄະນະກຳມະການອາຫານ ແລະ ຢາ ຂອງຟິລິບປິນປະກາດອະນຸມັດການທົດລອງທາງຄລີນິກໄລຍະທີ 3 ແກ່ vaccine V-01 ເພື່ອປະເມີນຄວາມປອເໄພ ແລະ ປະສິດທິພາບແລ້ວ ໂດຍຮັບສະໝັກຜູ້ເຂົ້າຮ່ວມທົດລອງມີອາຍຸ 18 ປີຂຶ້ນໄປ ແລະ ມີການສັກວັກຊີນເຂັມທຳອິດໃຫ້ແກ່ຜູ້ຮ່ວມທົດລອງຄົນທຳອິດເມື່ອວັນທີ 25 ສິງຫາ 2021 ຜ່ານມາ.
vaccine V-01 ເປັນວັກຊີນລູກປະສົມຊຶ່ງພັດທະນາໂດຍສະຖາບັນ ຊິວຟີຊິກ ສັງກັດສະຖາບັນວິທະຍາສາດຈີນ ແລະ ບໍລິສັດ ລິບຊອນ ຟາມາຊູດຕອນ ກຣຸບອິງ ໃນແຂວງກວາງຕຸ້ງຂອງຈີນ ໂດຍເປັນວັກຊີນຊະນິດໂປຣຕີນລູກປະສົມທີ່ມີສ່ວນຢຶດຈັບກັບຕົວຮັບເທິງຜິວເຊລ ແບບແອນຕີເຈັນ ຊຶ່ງສ່ວນທີ່ຢຶດຈັບກັບຕົວຮັບຖືເປັນສ່ວນສຳຄັນທີ່ສຸດຂອງໂປຣຕີນໜາມຂອງເຊື້ອໄວຣັສທີ່ຈັບກັບຕົວຮັບເອຊີ ວີ 2 ໃນເຊລມະນຸດ ໂດຍຂະບວນການຈັບກັບຕົວຮັບນັ້ນ ເຮັດໃຫ້ເຊື້ອໄວຣັດເຂົ້າເຖິງເຊລມະນຸດ ແລະ ນຳໄປສູ່ການຕິດເຊື້ອໃນທີ່ສຸດ.
ຂະນະດຽວກັນ ຍັງມີການນຳເອົາວັກຊີນດັ່ງກ່າວໄປທົດສອບກັບເຊື້ອໄວຣັສຊະນິດກາຍພັນສາຍພັນຕ່າງໆ ແລະ ພົບວ່າສາມາດຕໍ່ຕ້ານເຊື້ອສາຍພັນເດລຕາໄດ້ຢ່າງມີປະສິດທິພາບ ໂດຍຂໍ້ມູນການທົດລອງທາງຄລີນິກໄລຍະ 1 ແລະ ໄລຍະ 2 ມີການເຜີຍແຜ່ໃນວາລະສານ ອີເມີຈິງ ໄມໂຄຣບສ ແອນ ອິນແຟັກຊັນ ແລະ ວາລະສານການແພດແຫ່ງຊາດຈີນສະບັບເດືອນກໍລະນີໄດ້ທີ່ຜ່ານມາ.
ແຫຼ່ງຂ່າວ: ຊີນຫົວ

