ໂຄວິດ-19 ລະບາດໜັກຢູ່ ສ.ເກົາຫລີ ຮອງຈາກຈີນແລ້ວ ມີຜູ້ຕິດເຊື້ອ 763 ຄົນ ແລະ ເສຍຊີວິດ 7 ຄົນ

ລາຍງານລ່າສຸດຈາກສຳນັກງານຄວບຄຸມ ແລະ ປ້ອງກັນພະຍາດຂອງ ສ.ເກົາຫລີ (KCDC) ໃຫ້ຮູ້ວ່າ: ປັດຈຸບັນສະຖານະການກຳລັງໜ້າກັງວົນຫລາຍ, ພາຍຫລັງຢູ່ ສ.ເກົາຫລີ ມີຜູ້ຕິດເຊື້ອໄວຣັສໂຄວິດ-19 ເພີ່ມຂຶ້ນເຖິງ 161 ຄົນໃນໄລຍະເວລາພຽງຂ້າມຄືນ ແລະ ລ່າສຸດມີຜູ້ຕິດເຊື້ອລວມເປັນ 763 ຄົນ ແລະ ມີຜູ້ເສຍຊີວິດເພີ່ມອີກ 2 ຄົນ ລວມເປັນ 7 ຄົນ ແລ້ວ.

ໃນຈຳນວນຜູ້ຕິດເຊື້ອດັ່ງກ່າວໃນກຸ່ມຄົນໃໝ່ມີ 115 ຄົນ ເຊິ່ງມີສ່ວນເຊື່ອມໂຍງກັບຄຣິສຕະຈັກຊິນຊອນແຫ່ງພະເຢຊູທີ່ເມືອງ ແທກູ ເຊິ່ງເປັນຕົ້ນເຫດຂອງການແຜ່ລະບາດຄັ້ງໃຫຍ່ຫລວງນີ້.

ສຳນັກຂ່າວ Yonhap ລາຍງານໃຫ້ຮູ້ວ່າ: ມີທະຫານຕິດເຊື້ອ 11 ຄົນ ໃນກົມກອງຕ່າງໆນັ້ນຄື: ກອງທັບບົກ 8 ຄົນ, ກອງທັບເຮືອ, ກອງທັບອາກາດ ແລະ ນາວິກໂຍລິນ ກົມກອງລະ 1 ຄົນ, ເຊິ່ງຕ້ອງໄດ້ສະກັດກັ້ນບໍ່ໃຫ້ເຊື້ອໄວຣັສດັ່ງກ່າວແຜ່ລະບາດຫາທະຫານ 7.700 ຄົນ.

ປັດຈຸບັນ, ຕົວເລກການຕິດເຊື້ອ ແລະ ເສຍຊີວິດໃນເກົາຫລີໃຕ້ ໄດ້ທຳລາຍສະຖິຕິໃໝ່ຫລາຍທີ່ສຸດ ໂດຍເປັນອັນດັບທີ 2 ຮອງຈາກຈີນ ເພາະກ່ອນໜ້ານີ້ຕົວເລກໃນເກົາຫລີໃຕ້ຍັງເປັນຮອງຕົວເລກຜູ້ຕິດເຊື້ອຕາມເຮືອສຳລານຕ່າງໆທີ່ຫລາຍທີ່ສຸດຮອງຈາກຈີນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ