ຣຽວ ມາດຣິດ ເຊັນລ່ວງໜ້າຄວ້າດາວຮຸ່ງ ພັລໄມຣັສ ຫັກອົກ ລີເວີພູລ

ESPN ສຳນັກຂ່າວຊື່ດັງເປີດເຜີຍວ່າ : ສະໂມສອນ ຣຽວ ມາດຣິດ ທີມໃຫຍ່ແຫ່ງ ລາ ລີກາ ຈັດການເຊັນສັນຍາກັບ ເອນດຣິກ ກອງໜ້າດາວຮຸ່ງຂອງ ພັລໄມຣັສ ຕັດໜ້າ ລີເວີພູລ ທີມດັງແຫ່ງ ພຣີເມຍລີກ ເປັນທີ່ຮຽບຮ້ອຍ ຕາມລາຍງານຈາກລີເວີພູລ.
ຣຽວ ມາດຣິດ ມີຂ່າວເຊື່ອມໂຍງກັບນັກເຕະອາຍຸ 16 ປີມາໄລຍະໜຶ່ງ ລວມທັງ ລີເວີພູລ ທີ່ພວມເບິ່ງສະຖານະການຢ່າງໃກ້ຊິດເຊັ່ນດຽວກັນ ແນວໃດກໍຕາມ ເປັນທີມຂອງຜູ້ຈັດການທີມ ຄາໂລ ອັນເຊລັອດຕິ ທີ່ຍື່ນຂໍ້ສະເໜີຈຳນວນ 72 ລ້ານຢູໂຣ ແລະ ປິດການຊື້ຂາຍໄດ້ສຳເລັດ.
ລາຍງານລະບຸວ່າ : ຣຽວ ມາດຣິດ ຈະຍັງບໍ່ດຶງຕົວ ເອນດຣິກ ມາຮ່ວມທີມໂດຍທັນທີ ໂດຍພວກເຂົາຈະໃຫ້ນັກເຕະຫລິ້ນຢູ່ກັບຕົ້ນສັງກັດ ຈົນອາຍຸຄົບ 18 ປີ ຫລື ຈະເຖິງປີ 2024 ກ່ອນຈະຍ້າຍຂ້າມຝາກມາຍັງສະເປນພ້ອມດ້ວຍສັນຍາອີກ 5 ປີ.
ເຊື່ອກັນວ່າກອງໜ້າອາຍຸນ້ອຍລາຍນີ້ມີຄ່າຈີກສັນຍາຢູ່ທີ່ 60 ລ້ານຢູໂຣ ແຕ່ ຣຽວ ມາດຣິດ ເລືອກທີ່ຈະເພີ່ມຂຶ້ນໃຫ້ກັບສະໂມສອນຈາກບຣາຊິລອີກ 12 ລ້ານຢູໂຣ ເພື່ອປ້ອງກັນການຂາຍໃຫ້ກັບທີມອື່ນໆທີ່ໃຫ້ຄວາມສົນໃຈ.
ເອັນດຣິກ ຕົກເປັນເປົ້າຫມາຍຂອງ ລີເວີພູລ ແລະ ຫລາຍທີມໃນຢູໂຣບ ຫລັງຈາກທີ່ກາຍເປັນນັກເຕະທີ່ອາຍຸນ້ອຍທີ່ສຸດໃນປະຫວັດ ສາດສະໂມສອນ ທີ່ຍິງປະຕູໄດ້ໃນລີກສູງສຸດເມື່ອເດືອນຕຸລາທີ່ຜ່ານມາ ກ່ອນຈະຖືກທີມໂລສົບລັງໂກສ ຊື້ຕົວໄປໄດ້ສຳເລັດ.

