ຜູ້ນຳຍິງ ນາຍົກລັດຖະມົນຕີເຢຍລະມັນ ກຽມອຳລາຈາກຕຳແໜ່ງໃນທ້າຍປີນີ້ ຫລັງຢູ່ມາຍາວນານເຖິງ 16 ປີ

ຕາມ​ຂ່າວ​ຈາກ ນະຄອນຫລວງ ​​ແບັກ​ແລ້ງ ລາຍງານໃນວັນ​ທີ 26 ​ສິງຫາ​ 2021 ວ່າ: ທ່ານ ນາງ ອັງ​ເກ​ລາ ​ແມຣ​ເຄີລ (Angela Merkel) ນາຍົກ ລັດຖະມົນຕີ ​ເຢຍລະ​ມັນ ກຽມ​ລາ​ອອກຈາກ​ຕຳ​ແໜ່​ງ​ໃນ​ອາຍຸ 67 ປີ, ​​​ເຊິ່ງ​ໄດ້​ຮັບການ​ຂະໜານ​ນາມວ່າ​ເປັນຜູ້ນຳແຫ່ງ​ໂລກເສລີ ຫລັງ​ຈາກ​ສ້າງ​ປະຫວັດສາດດຳລົງ​ຕຳ​ແໜ່​ງເປັນນາຍົກລັດຖະມົນຕີ ມາຍາ​ວນານ​ທີ່​ສຸດ​ເຖິງ 16 ປີ, ນັບແຕ່ ເດືອນພະຈິກ 2005 ເປັນຕົ້ນມາ ທີ່​ຊະນະ​ການ​ເລືອກ​ຕັ້ງ 4 ສະ​ໄໝ ​ຕິດ​ຕໍ່​ກັນ ​ແລະ ສາມາດຊະນະ ​ສະ​ໄໝທີ 5​ ໄດ້​ຢ່າງ​ໂປ່​ງ​ໃສເມື່ອລົງ​ເລືອກ​ຕັ້ງທົ່ວ​ໄປ.
​ໃນ​ວັນ​ທີ 26 ກັນຍາ 2018 ທ່ານ ນາງ ອັງ​ເກ​ລາ ​ແມຣ​ເຄີລ ປະກາດວ່າ: ຈະ​ລົງ​ຈາກ​ຕຳ​ແໜ່​ງ ຫົວໜ້າ​ພັກ ຊີ​ດີ​ຢູ (CDU)​ ໃນ​ກອງ​ປະຊຸມ​ໃຫຍ່ ຂອງພັກ​ໃນທ້າຍ​ປີ​ນີ້ ​ແລະ ຈະ​ບໍ່​ລົງ​ເລືອກ​ຕັ້ງ ນາຍົກລັດຖະມົນຕີ ​​ເຢຍລະ​ມັນ ໃນ​ປີ 2021.