ທ່ານ ມູຍິດດິນ ຍັສຊິນ ອະດີດນາຍົກລັດຖະມົນຕີມາເລເຊຍ ຖືກຕັ້ງຂໍ້ຫາສໍ້ລາດບັງຫລວງ

ທ່ານ ມູຍິດດິນ ຍັສຊິນ ອະດີດນາຍົກລັດຖະມົນຕີມາເລເຊຍ ຖືກຄະນະກໍາມະການຕໍ່ຕ້ານການສໍ້ລາດບັງຫລວງຂອງມາເລເຊຍ (MACC) ຕັ້ງຂໍ້ກ່າວຫາມີຄວາມຜິດຂໍ້ຫາສໍ້ລາດບັງຫລວງກ່ຽວກັບໂຄງການຈານາ ວິບາວາ (Jana Wibawa) ເຊິ່ງເປັນໂຄງການກະຕຸ້ນເສດຖະກິດໄລຍະໂຄວິດຂອງມາເລເຊຍ, ຂະນະທີ່ທ່ານ ຍັສຊິນ ຍັງດໍາລົງຕໍາແໜ່ງຜູ້ນໍາປະເທດໃນລະຫວ່າງປີ 2020-2021.
ໂດຍຄະນະກໍາມະການ MACC ໄດ້ເອີ້ນທ່ານ ຍັສຊິນ ເດີນທາງເຂົ້າພົບໃນວັນທີ 8 ມີນາ ຫລັງຈາກທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍຄົນປັດຈຸບັນ ມີຄໍາສັ່ງໃຫ້ຄະນະກໍາມະການດັ່ງກ່າວກວດສອບໂຄງການກະຕຸ້ນເສດຖະກິດທີ່ມີການນໍາໃຊ້ງົບປະມານມູນຄ່າຫລາຍພັນລ້ານໂດລາສະຫະລັດນີ້ອີກ.
ເບື້ອງຕົ້ນຄະນະກໍາມະການ MACC ໄດ້ຕັ້ງຂໍ້ຫາສະມາຊິກຄົນສໍາຄັນອີກ 2 ຄົນ ເຊິ່ງເປັນສະມາຊິກຮ່ວມພັກເບີຊາຕູ (Bersatu) ຂອງທ່ານ ຍັສຊິນ ໃນຂໍ້ຫາຮັບສິນບົນ ປະມູນໂຄງການຮັບເໝົາກໍ່ສ້າງໂຄງສ້າງຂັ້ນພື້ນຖານໃນໂຄງການຈານາ ວິບາວາ ທີ່ມີມູນຄ່າສູງເຖິງ 9,25 ໝື່ນລ້ານຣິງກິດ.
ອ້າງອີງ:
https://www.scmp.com/…/malaysian-ex-pm-muhyiddin-yassin…

