ຈີນ ເຜີຍເສັ້ນທາງລົດໄຟ ຈີນ-ລາວ ຂົນສົ່ງສິນຄ້າແລ້ວ 50.000 ກວ່າໂຕນ ສິນຄ້າສົ່ງອອກສຳຄັນຄືຜັກ-ໝາກໄມ້

ຈີນ ເຜີຍລົດໄຟ ຈີນ-ລາວ ຂົນສົ່ງສິນຄ້າແລ້ວຫລາຍກວ່າ 50.000 ໂຕນ ຫລັງເປີດໃຫ້ບໍລິການໄດ້ບໍ່ຮອດ 1 ເດືອນ, ຜັກ ແລະ ໝາກໄມ້ຄືສິນຄ້າສົ່ງອອກຕົ້ນຕໍຂອງຈີນຄຽງຄູ່ກັບເຄື່ອງກົນຈັກ ແລະ ເຄື່ອງ ໃຊ້ໄຟຟ້າ.
ວັນທີ 23 ທັນວາ 2021, ສຳນັກຂ່າວຊິນຮົວ ຂອງຈີນ ລາຍງານໂດຍອ້າງຕາມການເປີດເຜີຍຂອງການລົດໄຟແຫ່ງປະເທດຈີນສາຂາຄຸນໝິງ (China Railway Kunming Group)ວ່າ: ທາງລົດໄຟ ຈີນ-ລາວ ຂົນສົ່ງສິນຄ້າແລ້ວຫລາຍກວ່າ 50.000 ໂຕນ ນັບແຕ່ເປີດນຳໃຊ້ໃນຕົ້ນເດືອນທັນວາຜ່ານມາ.
ລາຍງານຂອງຊິນຮົວລະບຸອີກວ່າ: ຂໍ້ມູນຫລ້າສຸດໃນວັນທີ 21 ທັນວາ, ທາງລົດໄຟດັ່ງກ່າວໄດ້ຮອງຮັບລົດໄຟຂົນສົ່ງສິນຄ້າແລ້ວ 203 ຂະບວນ ໃນຈຳນວນນີ້ເປັນລົດໄຟຂົນສົ່ງສິນຄ້າຂ້າມຊາຍແດນ 47 ຂະບວນ ໂດຍທາງລົດໄຟສ່ວນທີ່ຢູ່ຈີນໄດ້ຂົນສົ່ງສິນຄ້າແລ້ວຫລາຍກວ່າ 28.000 ໂຕນ. ຂະນະທີ່ທາງລົດໄຟສ່ວນທີ່ຢູ່ ສປປ ລາວ ຂົນສົ່ງສິນຄ້າແລ້ວຫລາຍກວ່າ 22.000 ໂຕນ.
ສໍາລັບສິນຄ້າສົ່ງອອກສໍາຄັນຂອງຈີນທີ່ຂົນສົ່ງຜ່ານລົດໄຟ ຈີນ-ລາວ ໄດ້ແກ່ຜັກ, ໝາກໄມ້ ລວມທັງຜະລິດຕະພັນເຄື່ອງກົນຈັກ ແລະ ເຄື່ອງໃຊ້ໄຟຟ້າ, ສ່ວນສິນຄ້າທີ່ນຳເຂົ້າສຳຄັນຂອງຈີນ ໄດ້ແກ່ຢາງທຳມະຊາດ.
ລາຍງານຂອງສື່ທາງການຈີນ ຍັງລະບຸຕື່ມວ່າ: ທາງລົດໄຟ ຈີນ-ລາວ ກໍ່ສ້າງດ້ວຍມາດຕະຖານການຈັດການ ແລະ ເຕັກນິກຂອງຈີນ ເຊື່ອມຕໍ່ລະຫວ່າງນະຄອນຄຸນໝິງ ທາງຕາເວັນຕົກສຽງໃຕ້ຂອງຈີນ ກັບນະຄອນຫລວງວຽງຈັນ ສປປ ລາວ ຖືເປັນທາງລົດໄຟລະຫວ່າງປະເທດເສັ້ນທຳອິດທີ່ສ້າງ ແລະ ດຳເນີນງານຮ່ວມກັນໂດຍຈີນ ແລະ ລາວ. ອີກທັງຍັງເຊື່ອມໂຍງໂດຍກົງກັບຕາໜ່າງທາງລົດໄຟຂອງຈີນ ມີໄລ ຍະທາງທັງໝົດ 1.035 ກິໂລແມັດ ເຊິ່ງເປັນໂຄງການສຳຄັນພາຍໃຕ້ແຜນລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ.
ອ້າງອີງ:
