ປະທານາທິບໍດີສະຫະລັດ ຢືນຢັນຕັດສິນໃຈຖືກແລ້ວ ທີ່ຖອນທະຫານອອກຈາກອັຟການິສຖານ

ວັນທີ 17 ສິງຫາ 2021 ນີ້, ທ່ານ ໂຈ ໄບເດັນ, ປະທານາທິບໍດີສະຫະລັດ ໄດ້ຖະແຫຼງຂ່າວທາງໂທລະພາບເປັນເທື່ອທຳອິດຫຼັງຈາກກຸ່ມຕາລີບັນ ເຂົ້າຍຶດອັຟການິສຖານ, ໂດຍຢືນຢັນວ່າການຖອນທະຫານອາເມລິກາອອກຈາກອັຟການິສຖານ ເປັນການຕັດສິນໃຈທີ່ຖືກຕ້ອງແລ້ວ ແລະ ເນັ້ນວ່າຈະບໍ່ເຮັດຜິດພາດອີກຄືໃນອະດີດ ແລະ ບໍ່ເສຍໃຈກັບການຕັດສິນໃຈຄັ້ງນີ້.
ປະທານາທິບໍດີ ໂຈໄບເດັນ ຢືນຢັນວ່າຕະຫຼອດ 20 ປີຜ່ານມາລາວໄດ້ຮຽນຮູ້ວ່າ ບໍ່ເຄີຍມີຊ່ວງເວລາໃດ ເປັນຈັງວະທີ່ເໝາະສົມຕໍ່ການຖອນທະຫານອາເມລິກາອອກຈາກອັຟການິສຖານເລີຍ ໃນຂະນະດຽວກັນທ່ານຍັງໄດ້ກ່າວວ່າ ລາວເຕັມໃຈທີ່ຈະຍອມຮັບການວິພາກວິຈານ ກ່ຽວກັບຄວາມລົ້ມເຫຼວໃນອັຟການິສຖານດີກວ່າທີ່ປ່ອຍໃຫ້ການຕັດສິນໃຈຕົກຢູ່ປະທານາທິບໍດີຄົນອື່ນ.
ໃນການຖະແຫຼງຂ່າວຊ່ວງໜຶ່ງ ປະທານາທິບໍດີ ໂຈ ໄບເດັນ ໃຫ້ເຫດຜົນວ່າ: ມໍລະດົກທີ່ໄດ້ຮັບສືບທອດມາຈາກລັດຖະບານຂອງອະດີດປະທານາທິບໍດີ ໂດໂນລ ທຣຳ ຄືຂໍ້ຕົກລົງລະຫວ່າງລັດຖະບານສະຫະລັດ ກັບກຸ່ມຕາລີບັນ, ທີ່ສະຫະລັດຕ້ອງຖອນທະຫານອາເມລິກາພາຍໃນວັນທີ 1 ພຶດສະພາ 2021, ເຊິ່ງໃນຊ່ວງສາມເດືອນທໍາອິດຂອງການຮັບຕຳແໜ່ງຜູ້ນໍາສະຫະລັດ ກອງກຳລັງສະຫະລັດໃນອັຟການິສຖານ ໄດ້ຖືກປັບຫລຸດລົງປະມານ 2,500 ຄົນ ໃນຂະນະຊ່ວງເວລາດັ່ງກ່າວ ເປັນຈັງວະທີ່ກຸ່ມຕາລີບັນກຳລັງມີຄວາມເຂັ້ມແຂງທີ່ສຸດ.
ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ: ໃນເວລານັ້ນ, ມີພຽງແຕ່ສອງທາງເລືອກໃຫ້ຕັດສິນໃຈເທົ່ານັ້ນຄື ຈະສືບຕໍ່ສູ້ກັບກຸ່ມຕາລີບັນ ເຊິ່ງເປັນການຍົກລະດັບຄວາມຂັດແຍ້ງຮຸນແຮງຂຶ້ນ ແລະ ນຳພາສະຫະລັດ ເຂົ້າສູ່ສົງຄາມທົດສະວັດທີ 3 ຫຼື ເຮັດຕາມຂໍ້ຕົກລົງສັນຍາທີ່ໄດ້ເຮັດໄວ້ ແລະ ນຳເອົາທະຫານອາເມລິກາກັບບ້ານ.
ໃນຕອນໜຶ່ງ ປະທານາທິບໍດີ ໂຈ ໄບເດັນ ຢືນຢັນວ່າ ກອງທັບອາເມລິກາບໍ່ຄວນທີ່ຈະຕໍ່ສູ້ ແລະ ຕາຍໃນສົງຄາມ ທີ່ກອງກຳລັງອັຟການິສຖານບໍ່ປາຖະໜາທີ່ຈະຕໍ່ສູ້ເພື່ອຕົວເອງ, ແນວໃດກໍຕາມ, ທ່າທີຂອງ ໂຈໄບເດັນ ຜ່ານຄຳຖະແຫຼງດັ່ງກ່າວໄດ້ຖືກວິພາກວິຈານຢ່າງຫຼວງຫຼາຍ, ສາດສະດາຈານ Jennifer Brick Murtasacilli ຜູ້ຊ່ຽວຊານດ້ານວຽກງານສາທາລະນະ ແລະ ການຕ່າງປະເທດ ມະຫາວິທະຍາໄລ Pittsburgh ຄໍາເຫັນກ່ຽວກັບ Al Jazeera ວ່າ ລາວຮູ້ສຶກຕົກໃຈກັບຄໍາຖະແຫຼງຂອງປະທານາທິບໍດີ ໂຈໄບເດັນ ເຊິ່ງສະແດງເຖິງຄວາມບໍ່ມີມະນຸດສະທຳ ໂດຍການປະຕິເສດວິກິດການດ້ານມະນຸດສະທຳ ຢູ່ໃນອັຟການິສຖານຕອນນີ້.

