ສະຫລຸບບັນຫາໜ້າສົນໃຈທົ່ວໂລກວັນທີ 14 ສິງຫາ 2020

- ອິດສະລາແອນ ແລະ ສະຫະລັດອາຣັບເອມິເຣດ (UAE) ໄດ້ບັນລຸຂໍ້ຕົກລົງຮ່ວມກັນ ໂດຍປະທານາທິບໍດີ ໂດນັລ ທຣຳ ເຊິ່ງມີສ່ວນຮ່ວມໃນການເຈລະຈາຄັ້ງນີ້ກ່າວວ່າມັນຄື “ຄວາມກ້າວໜ້າຄັ້ງໃຫຍ່”.
ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ອິດສະລາແອນຈະຍອມເສຍໄຊໃນການອ້າງສິດອະທິປະໄຕເໜືອພື້ນທີ່ບາງສ່ວນຂອງ West Bank ທີ່ພວກເຂົາກ່າວວ່າຈະວົນກັບເຂົ້າອິດສະລາແອນໃນກ່ອນໜ້ານີ້.
ໃນທາງກົງກັນຂ້າມ UAE ໃຫ້ຄຳໝັ້ນຈະປັບປຸງການພົວພັນລະຫວ່າງທັງ 2 ປະເທດໃຫ້ຢູ່ໃນລະດັບມາດຕະຖານໂດຍສົມບູນ, ເຖິງວ່າກ່ອນໜ້ານີ້ ອິດສະລາແອນຈະບໍ່ເຄີຍມີການພົວພັນທາງການທູດຢ່າງເປັນທາງການກັບປະເທດໃນເຂດອ່າວອາຣັບ.
- Recep Tayyip Erdogan ປະທານາທິບໍດີຂອງປະເທດຕວກກີ ໄດ້ອອກມາເຕືອນກ່ຽວກັບການຍົ່ວຍຸຈາກຕ່າງປະເທດ ຫລັງຈາກຝຣັ່ງ ແລະ ສະມາຊິກຂອງກຸ່ມ NATO ໄດ້ສົ່ງເຮືອບິນຂັບໄລ່ ແລະ ເຮືອຮົບ 2 ລຳໄປທະເລເມດິເຕລານຽນເບື້ອງຕາເວັນອອກ.
ທັງນີ້ຍັງມີການສະໜັບສະໜູນຈາກປະເທດເກຣັກ ເຊິ່ງກ່າວຫາຕວກກີເລື່ອງການສຳຫລວດນ້ຳມັນ ແລະ ແກັສ ຢູ່ນ່ານນ້ຳທີ່ກໍາລັງເປັນຂໍ້ຂັດແຍ່ງຢູ່ ໂດຍການຂີ່ເຮືອໃບ-ເຮືອສຳຫລວດເຂົ້າໄປໃນພື້ນທີ່ນອກຝັ່ງຂອງປະເທດໄຊປຣັດ.
- ຈຳນວນຜູ້ຂໍຮັບສະຫວັດດີການວ່າງງານຢູ່ອາເມລິກາ ຫລ້າສຸດຫລຸດລົງຕໍ່າກວ່າ 1 ລ້ານຄົນເປັນຄັ້ງທຳອິດນັບແຕ່ມີການລະບາດເກີດຂຶ້ນພາຍໃນອາເມລິກາໃນເດືອນມີນາຜ່ານມາ ໂດຍປັດຈຸບັນມີຈ້າງຟື້ນຕົວກ່ຽວກັບການຈ້າງວຽກແລ້ວປະມານ 9 ລ້ານຕຳແໜ່ງໃນໄລຍະ 3 ເດືອນຜ່ານມາ ຄິດເປັນ 43% ຂອງການສູນເສຍວຽກ 21 ລ້ານຕຳແໜ່ງ ໃນເດືອນມີນາ ແລະ ເມສາ.
- ການລະບາດຂອງ COVID-19 ໄດ້ເຮັດໃຫ້ການຈ້າງວຽກສຳລັບເຍົາວະຊົນຢູ່ຝຣັ່ງຫລຸດລົງສູ່ລະດັບຕໍ່າສຸດນັບແຕ່ປີ 1975 ໂດຍອັດຕາຈ້າງວຽກຂອງຜູ້ທີ່ມີອາຍຸລະຫວ່າງ 15-25 ປີມີ 26,6% ໃນໄຕມາດທີ 2 ຂອງປີນີ້ ຫລຸດລົງ 2,9% ຈາກໄຕມາດກ່ອນ. ຂະນະທີ່ອັດຕາການຈ້າງວຽກທັງໝົດຫລຸດລົງ 1,6% ສູ່ລະດັບ 64,4%.
- ສານສູງອາເມລິກາ ໄດ້ປະຕິເສດຄຳຮ້ອງຂອງພັກ Republicans ໃນການໂຈະຄຳສັ່ງຂອງຜູ້ພິພາກສາທີ່ຈະເຮັດໃຫ້ການລົງຄະແນນສຽງເລືອກຕັ້ງທາງໄປສະນີໃນລັດ Rhode Island ງ່າຍຂຶ້ນ.
ຄຳສັ່ງດັ່ງກ່າວຈະອະນຸຍາດໃຫ້ປະຊາກອນພາຍໃນລັດສາມາດສົ່ງບັດລົງຄະແນນທາງໄປສະນີ ໂດຍບໍ່ຕ້ອງຂຽນຂໍ້ມູນຕໍ່ໜ້າພະຍານ ເນື່ອງຈາກການລະບາດໃຫຍ່ຍັງລະບາດຢ່າງຮຸນແຮງ ແລະ ສ້າງຄວາມເສຍຫາຍ. ຂະນະທີ່ການເລືອກຕັ້ງໃກ້ເຂົ້າມາເລື້ອຍໆ.
- ສຳນັກງານພະລັງງານສາກົນ (International Energy Agency, IEA) ໄດ້ປັບຫລຸດຄາດຄະເນຄວາມຕ້ອງການນ້ຳມັນໃນປີ 2020 ແລະ 2021 ລົງອີກ ເນື່ອງຈາກເຫດຜົນດ້ານການລະບາດຂອງ COVID-19.
ຄວາມຕ້ອງການທີ່ຫລຸດລົງຫລາຍສ່ວນໃຫຍ່ເກີດຈາກຂະແໜງອຸດສາຫະກຳສາຍການບິນ ໂດຍ IEA ໄດ້ຄາດຄະເນວ່າ: Demand ນ້ຳມັນທົ່ວໂລກຈະສະເລ່ຍ 91,9 ລ້ານບາເຣລ/ວັນ ໃນປີນີ້ ເຊິ່ງຫລຸດລົງ 8,1 ລ້ານບາເຣລ/ວັນ ເມື່ອທຽບໃສ່ປີ 2019.
- ອາເມລິກາຍັງຢືນຢັນໃນຂໍ້ຂັດແຍ່ງກັບສະຫະພາບເອີຣົບກ່ຽວກັບເງິນຊ່ວຍເຫລືອຂອງບໍລິສັດ Airbus ແລະ Boeing ໂດຍສຳນັກງານການຄ້າຂອງອາເມລິກາຕັດສິນໃຈບໍ່ເພີ່ມປະເພດສິນຄ້າທີ່ຕ້ອງເສຍພາສີຈາກບໍລິສັດທັງ 2 ແຫ່ງ ເຊິ່ງມີມູນຄ່າ 7,5 ພັນລ້ານໂດລາ ແລະ ຢູ່ພາຍໃຕ້ການລົງໂທດທາງພາສີຈາກອາເມລິກາເຖິງ 25% (15% ສຳລັບເຮືອບິນ) ແຕ່ຈະບໍ່ຫລຸດອັດຕາພາສີດັ່ງກ່າວລົງໄປຫລາຍກວ່ານີ້.
ອາເມລິກາ ໄດ້ກຳນົດມາດຕະການລົງໂທດທາງພາສີຕໍ່ທັງ 2 ບໍລິສັດ ນັບແຕ່ເດືອນຕຸລາ 2019 ສຳລັບການດຳເນີນງານ ເຊິ່ງລະເມີດກົດລະບຽບທີ່ອອກໂດຍອົງການການຄ້າໂລກ (WTO).

