ຫວຽດນາມ-ລາວຊຸກຍູ້ການຮ່ວມມືດ້ານວຽກງານປ້ອງກັນຊາດ

ຂ່າວຈາກ huunghivietlao, ວັນທີ 9 ກັນຍານີ້ໃຫ້ຮູ້ວ່າ: ຕອນບ່າຍວັນທີ 8 ເດືອນກັນຍາ, ຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານ ພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ.
ທີ່ການໂອ້ລົມ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສົ່ງຄຳອວຍພອນເຖິງການນຳກະຊວງປ້ອງກັນປະເທດຫວຽດນາມ, ພະນັກງານ,ນັກຮົບກອງທັບປະຊາຊົນຫວຽດນາມເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ຫວຽດນາມ. ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດລາວໄດ້ຕີລາຄາສູງໃນເລື່ອງ ກະຊວງປ້ອງກັນປະເທດຫວຽດນາມຈັດຕັ້ງການໂອ້ລົມສົນທະນາທາງໂທລະສັບ, ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນເຈົ້າການໃນການແລກປ່ຽນສະພາບການ, ສອງຝ່າຍເຫັນດີເປັນເອກະພາບກ່ຽວກັບທັດນະສະຮັບມືກັບສະພາບການຄວາມໝັ້ນຄົງໃນໂລກ ແລະ ພາກພື້ນພວມມີການຜັນແປໄປຢ່າງສັບສົນ, ໂລກລະບາດ Covid – 19 ພວມກໍ່ຜົນກະທົບຢ່າງເລິກເຊິ່ງຕໍ່ທົ່ວໂລກ.
ທ່ານພົນເອກຈັນສະໝອນ ຈັນຍາລາດ ເນັ້ນວ່າ: ລາວຖືເປັນສຳຄັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ກັບຫວຽດນາມ. ທ່ານສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ແລະ ບັນດາເຫຼົ່າລົບຂອງກອງທັບຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ກອງທັບປະຊາຊົນລາວໃນຫຼາຍຂົງເຂດ, ໃນນັ້ນມີການແບ່ງປັນບົດຮຽນ ແລະ ສົ່ງອຸປະກອນການແພດຕ້ານໂລກລະບາດ Covid – 19 ໃຫ້ລາວ, ທ່ານອວຍພອນໃຫ້ກະຊວງປ້ອງກັນປະເທດຫວຽດນາມ ໃນສະພາບການໂລກລະບາດ Covid – 19 ມີການຜັນແປໄປຢ່າງສັບສົນແຕ່ກໍສາມາດຈັດຕັ້ງກອງປະຊຸມການທະຫານ – ປ້ອງກັນປະເທດອາຊຽນໃນໄລຍະທີ່ຜ່ານມາໄດ້ຢ່າງສຳເລັດໂດຍດີ, ໃນປີຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020.
ສ່ວນທ່ານ ໂງຊວັນລິກຢັ້ງຢືນວ່າ: ກະຊວງປ້ອງກັນປະເທດຫວຽດນາມ ພ້ອມແລ້ວທີ່ຈະສືບຕໍ່ແບ່ງປັນບົດຮຽນປະສົບການ, ໃຫ້ການຊ່ວຍເຫຼືອເພື່ອແນໃສ່ປ້ອງກັນ, ສະກັດກັ້ນຜົນກະທົບຈາກໂລກລະບາດ Covid – 19 ຢ່າງມີປະສິດທິຜົນ ແລະ ປະກອບສ່ວນປັບປຸງ, ຍົກສູງກຳລັງຄວາມສາມາດໃຫ້ແກ່ກອງທັບປະຊາຊົນລາວ, ພ້ອມນັ້ນ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ລັດຖະບານ, ລາວຈະສືບຕໍ່ບັນລຸໝາກຜົນທີ່ຍິ່ງໃຫຍ່ຫຼາຍຢ່າງກ່ວາເກົ່າ, ປະຕິບັດບັນດາເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຂອງພັກທົ່ວປະເທດຄັ້ງທີ X ຢ່າງມີໄຊ, ມຸ່ງໄປເຖິງກອງປະຊຸມໃຫຍ່ຂອງພັກທົ່ວປະເທດຄັ້ງທີ XI.
ໃນໄລຍະຈະມາເຖິງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນໃນການກຳນົດທິດທາງຫຼາຍບັນຫາສຳຄັນໃນການຮ່ວມມືດ້ານປ້ອງກັນຊາດ, ພິເສດແມ່ນເອົາໃຈໃສ່ການປະສານສົມທົບໃນການກວດກາ, ຊີ້ນຳໃຫ້ກະຊວງປ້ອງກັນປະເທດຂອງສອງປະເທດປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງພັກແລະສອງປະເທດແລະແຜນການຮ່ວມມືປີ 2020 ລະຫວ່າງສອງກະຊວງປ້ອງກັນປະເທດໃຫ້ປະກົດຜົນເປັນຈິງ.
ພ້ອມກັນນັ້ນ, ສອງຝ່າຍຈະສືບຕໍ່ຮັດ ແໜ້ນ ແລະ ຍົກສູງປະສິດທິຜົນຂອງກົນໄກການຮ່ວມມື, ໂດຍສະເພາະແມ່ນກົນໄກແລກປ່ຽນນະໂຍບາຍດ້ານປ້ອງກັນຊາດໃນລະດັບຮອງລັດຖະມົນຕີ; ເພີ່ມທະວີການປະສານສົມທົບລະຫວ່າງກຳລັງຄຸ້ມຄອງແລະປົກປັກຮັກສາຊາຍແດນຂອງສອງປະເທດ, ປ້ອງກັນ, ສະກັດກັ້ນແລະຕ້ານອາດຊະຍາກຳຂ້າມຊາດ, ການຄ້າເຖື່ອນ, ຊື້ຂາຍ ແລະ ຂົນສົ່ງສິ່ງເສບຕິດ; ເພີ່ມທະວີການເຄື່ອນໄຫວລາດຕະເວນ, ຄວບຄຸມຊາຍແດນ, ດ່ານຊາຍແດນ, ສະກັດກັ້ນການເຂົ້າ – ອອກເມືອງທີ່ຜິດກົດ ໝາຍ , ປະກອບສ່ວນຈຳກັດການແຜ່ລະບາດຂອງໂລກລະບາດ COVID-19 ຢູ່ແຕ່ລະປະເທດ.
ຂ່າວ: ລູກເມືອງພວນ.

