ເຊລຊີ ບັນລຸຂໍ້ຕົກລົງຄວ້າ ໂມຣາຕ້າ ມາຮ່ວມທີມຮຽບຮ້ອຍແລ້ວ

ສະໂມສອນ ເຊລຊີ ກັບ ຣິນ ມາດຣິດ ບັນລຸຂໍ້ຕົກຢ່າງເປັນ ທາງການໃນການຊື້ໂຕ ອັລບາໂຣ ໂມຣາຕ້າ ມາຢູ່ໃນຖິ່ນສະແຕມ ຟອດ ບຣິດ ຮຽບຮ້ອຍແລ້ວ ຄາດ ວ່າຈະເຊັນສັນຍາກັບ ເຊລຊີ 5 ປີ ເຊິ່ງສື່ ສະເປນ ລະບຸຄ່າໂຕຢູ່ທ່ີ 80 ລ້ານເອີໂຣ.
ໂມຣາຕ້າ ກອງໜ້າອາຍຸ 24 ປີ ຕົກເປັນຂ່າວກັບຫຼາຍສະ ໂມສອນໃນລະດູການນີ້ ໂດຍສະ ເພາະ ແມນເຊສເຕີ ຢູໄນເຕັດ ທີ່ ເຄີຍມີຂ່າວຕົກລົງລາຍລະອຽດ ກັນໄດ້ແລ້ວ ຫຼັງບໍ່ມີເວລາໃນເກມ ກັບ ຣິນ ມາດຣິດ ແລະ ມີຂ່າວ ວ່າຂໍ້ຍ້າຍອອກ ແຕ່ ຣິນ ມາດຣິດ ບໍ່ຍອມປ່ອຍໂຕໃນລາຄາທີ່ຕ່ຳ ກວ່າ 75-80 ລ້ານເອີໂຣ ເຊິ່ງພໍ ເຊລຊີ ພາດ ໂຣເມລູ ລູກາກູ ທີ່ຖືກ ແມນເຊສເຕີ ຢູໄນເຕັດ ຕັດໜ້າໄປ ກໍໄດ້ຫັນໜ້າດຶງ ໂມຣາຕ້າ ແທນ.
ຂະນະນີ້ ໂມຣາຕ້າ ກຳລັງຢູ່ ໃນລະຫວ່າງການເຝິກຊ້ອມ ແລະ ທົວນາເມນທີ່ ສະຫະລັດ ກັບ ຣິນ ມາດຣິດ ແລະ ໄດ້ຮັບອະນຸຍາດ ໃຫ້ມາກວດຮ່າງກາຍກັບ ເຊລຊີ ແລ້ວ ຈາກນີ້ຕ້ອງລໍຖ້າໃຫ້ລາວ ຕົກລົງເລື່ອງສັນຍາ ແລະ ລາຍ ລະອຽດເລື່ອງຄ່າຈ້າງກັບ ເຊລຊີ ຕໍ່ໄປ.
ໂດຍ ໂມຣາຕ້າ ກາຍເປັນ ນັກເຕະໜ້າໃໝ່ຄົນທີ 4 ຂອງ ເຊລ ຊີ ໃນໄລຍະລະດູການນີ້ ຕໍ່ຈາກ ວິລລີ ກາບາເຍໂຣ, ອັນໂຕນິໂອ ຣີດິເກີ ແລະ ຕິເອມູເອ ບາກາໂຍ ໂກ.
ສຳລັບລະດູການ 2016-17 ຜ່ານມາ ໂມຣາຕ້າ ເຮັດໄດ້ 20 ປະຕູຈາກການລົງຫຼິ້ນໃຫ້ ຣິນ ມາດຣິດ ລວມທຸກລາຍການ 43 ນັດ.

