ອິເນຍສຕ້າ ປະກາດອຳລາ ບາເຊໂລນາ

ອັນເດຣສ ອິເນຍສຕ້າ ກອງກາງປະສົບການຂອງ ບາເຊໂລນາ ສະໂມສອນໃນ ລາລີກາ ສະເປນ ປະກາດຢ່າງເປັນທາງການ ໃນທ້າຍອາທິດຜ່ານມາ ຈະອຳລາ ບາເຊໂລນາ ຫລັງຈົບລະດູການນີ້ ຫລັງຢູ່ກັບທີມມາເຖິງ 22 ປີ.
ອິເນຍສຕ້າ ອາຍຸ 33 ປີ ປະກາດວ່າ: ນີ້ເປັນລະດູການສຸດທ້າຍຂອງຂ້ອຍ, ຂ້ອຍຕັດສິນໃຈເລື່ອງນີ້ເປັນເວລາດົນແລ້ວ, ບາເຊໂລນາ ເປັນສະໂມສອນດີທີ່ສຸດໃນໂລກສຳລັບຂ້ອຍ ໃຫ້ທຸກຢ່າງກັບຂ້ອຍ ມັນເປັນວັນທີ່ຍາກລຳບາກທີ່ສຸດສຳລັບຂ້ອຍ ເມື່ອຕ້ອງມາຢູ່ບ່ອນນີ້ ເຊິ່ງຂ້ອຍຕ້ອງຂໍຂອບໃຈ ບາເຊໂລນາ ແລະ ລາ ມາເຊຍ ທີ່ສຸດ.
ເຖິງຢ່າງໃດກໍຕາມ, ອິເນຍສຕ້າ ຍັງບໍ່ໄດ້ເປີດເຜີຍວ່າຈະໄປຫລິ້ນກັບທີມໃດ, ແຕ່ຄາດວ່າຈຸດໝາຍຄື ສົງຊິງ ລີຟານ ສະໂມສອນໃນ ໄຊນິສ ຊຸເປີລີກ.

