ມາເລເຊຍ ພິຈາລະນາໃຫ້ສິດທິພິເສດ ຕໍ່ຜູ້ສັກວັກຊີນຄົບ

ລັດຖະບານມາເລເຊຍ ກຳລັງພິຈາລະນາ ຜ່ອນຜັນບາງມາດຕະການຕໍ່ກັບຜູ້ທີ່ສັກວັກຊິນໂຄວິດ-19 ຄົບແລ້ວ.
ນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin ໃຫ້ຮູ້ວ່າ ການຜ່ອນຜັນບາງມາດຕະການປ້ອງກັນພະຍາດນັ້ນ ຈະຊ່ວຍໃຫ້ໂລ່ງອົກໂລ່ງໃຈ ແລະ ມີບັນຍາກາດດີຂຶ້ນພາຍຫຼັງປະຊາຊົນຕ້ອງດຳລົງຊີວິດຢູ່ໃນສະພາບທີ່ປິດກັ້ນເປັນເວລານານ.
ທ່ານກ່າວອີກວ່າ: “ລັດຖະບານກຳລັງຕີລາຄາຊັ່ງຊາບາງບັນຫາໃນການໃຫ້ສິດທິພິເສດ ແລະ ນະໂຍບາຍທີ່ສົມເຫດສົມຜົນໃຫ້ກັບຜູ້ທີ່ສັກສັກຊີນໂຄວິດ-19 ຄົບແລ້ວ. ໃນອີກສອງສາມມື້ຂ້າງໜ້າ ຂ້າພະເຈົ້າຈະປະກາດກ່ຽວກັບແຜນການດັ່ງກ່າວ ”
“ຂ້າພະເຈົ້າຫວງວ່າ ການຜ່ອນຜັນບາງມາດຕະການນັ້ນ ຈະນຳມາບັນຍາກາດທີ່ດີດວ່າໃຫ້ແກ່ການດຳລົງຊີວິດຂອງປະຊາຊົນ” – ທ່ານນາຍົກກ່າວ
ແຫຼ່ງຂ່າວ: Straits Time

