ເຫີໜານ​ ສປ​ ຈີນ​ ໄດ້ຮັບຜົນກະທົບໜັກ ຍອດເສຍຊີວິດ 33 ຄົນ​ທາງການຍົກເປັນເຫດສຸກເສີນລະດັບ2

ວັນທີ​ 23​ ກໍລະກົດ​ 2021​ນີ້​ ສຳນັກຂ່າວແຊນແນລນິວສເອເຊຍລາຍງານວ່າ: ຈາກຝົນຕົກໜັກນໍ້າຖ້ວມ ເຮັດໃຫ້ຫລາຍພື້ນທີ່ໄດ້ຮັບຜົນກະທົບຢ່າງໜັກ​ ເຂດມົນທົນເຫີໜານ​ ແງປັດຈຸບັນລະດັບນໍ້າໃນພື້ນທີ່ເລີ່ມຫຼຸດລົງ ຈົນເຫັນຊາກຄວາມເສຍຫາຍກອງເນລະນາດ ແລະ ມີຜູ້ເສຍຊີວິດເພີ່ມເປັນ 33 ຄົນ.

ປທາງການຈີນເລັ່ງອະນຸມັດງົບຟື້ນຟູນໍ້າຖ້ວມດັ່ງກ່າວ ຢ່າງຮີບດ່ວນ ພ້ອມທັງປະກາດຍົກລະດັບການຮັບມືເຫດສຸກເສີນຈາກອຸທົກກະໄພຂຶ້ນສູ່ລະດັບ 2 ຈາກລະບົບຮັບມືເຫດສຸກເສີນ 4 ລະດັບຂອງຈີນ ເນື່ອງຈາກຝົນຕົກໜັກຄັ້ງນີ້ສົ່ງຜົນໃຫ້ມີຜູ້ເສຍຊິວິດ ແລະ ການສູນເສຍຊັບສິນເປັນວົງກວ້າງ.

ແຫຼ່ງຂ່າວ : ແຊນແນລນິວສເອເຊຍ