ເກີດເຫດຟ້າຜ່າ ຢູ່ເມືອງງາ ແຂວງອຸດົມໄຊ ມີຜູ້ເສຍຊີວິດ 1 ແລະ ບາດເຈັບ 3 ຄົນ

ຂ່າວເມືອງງາ ແຂວງອຸດົມໄຊ ລາຍງານວ່າ: ວັນທີ 9 ເດືອນ ພຶດສະພາ 2025 ຜ່ານມາ ເກີດເຫດ ຟ້າຜ່າຢູ່ທີ່ບ້ານພູກໍ່ ເມືອງງາ ແຂວງອຸດົມໄຊ ມີຜູ້ເສຍຊີວິດ 1 ຄົນ ຊື່ນາງ ຢາ ອາຍຸ 40 ປາຍປີ, ບາດເຈັບສາຫັດ 1 ຄົນ ແລະ ເຈັບສົມຄວນ 2 ຄົນ ຊື່ນາງເກຍ, ນາງໃບ ແລະ ເດັກອາຍຸປະມານ 9 ເດືອນ ເປັນເພດຍິງທັງໝົດ.
ທ່ານ ເລົາແສງ ຮອງນາຍບ້ານ ພູກໍ່ ໃຫ້ຮູ້ວ່າ: ເວລາ ປະມານ 14 ໂມງ ເກີດມີຝົນຕົກໜັກ ລົມແຮງ ຢູ່ເຂດບ້ານ ໃນຂະນະນັ້ນພໍດີ ນາງເກຍ ແລະ ນາງໃບ ໄດ້ໄປເກັບຜັກມາຮອດເຮືອນນາງຢາທີ່ພວມອູ້ມລູກຢູ່ ຈຶ່ງເຂົ້າໄປລີ້ຝົນຢູ່ໃນເຮືອນນຳ ປະມານ10 ປາຍນາທີ ກໍເກີດມີຟ້າຜ່າ ເຮັດໃຫ້ນາງຢາ ເສຍຊີວິດຄາທີ່.

