ເຢຍລະມັນປະສົບໄພນໍ້າຖ້ວມໜັກ ກັງວົນເຂື່ອນແຕກ ເລັ່ງອົບພະຍົບປະຊາກອນ 4 ພັນຄົນ

ເມື່ອວັນທີ 18 ກໍລະກົດ 2021 ນີ້, ສຳນັກຂ່າວ ຣອຍເຕີ ລາຍງານຄວາມຄືບໜ້າສະຖານະການນໍ້າຖ້ວມຄັ້ງໃຫຍ່ ຫຼັງເກີດຝົນຕົກໜັກເປັນເວລາຫຼາຍວັນຕິດຕໍ່ກັນໃນຫຼາຍປະເທດຂອງເອີຣົບໃນຊ່ວງບໍ່ເທົ່າໃດວັນທີ່ຜ່ານມາ ສົ່ງຜົນເຮັດໃຫ້ຍອດຜູ້ເສຍຊິວິດເພີ່ມຂຶ້ນເປັນຢ່າງໜ້ອຍ 183 ຄົນ, ໃນຂະນະທີ່ອາຄານບ້ານເຮືອນ ຍານພາຫະນະ, ລະບົບສາທາລະນະນູປະໂພກໄດ້ຮັບຄວາມເສຍຫາຍຢ່າງໜັກ.
ເຢຍລະມັນ ເປັນປະເທດທີ່ປະເຊີນອຸທົກກະໄພຄັ້ງນີ້ຮຸນແຮງທີ່ສຸດຢູ່ທາງພາກຕາເວັນຕົກຂອງປະເທດ ໂດຍຍອດຜູ້ເສຍຊິວິດເພີ່ມຂຶ້ນເປັນປະມານ 156 ຄົນ ແລະ ຍັງມີຜູ້ສູນຫາຍອີກຫຼາຍຮ້ອຍຄົນ ຈົນນັບວ່າເປັນໄພພິບັດຄັ້ງຮ້າຍແຮງທີ່ສຸດໃນເຢຍລະມັນໃນຮອບກວ່າເຄິ່ງສະຕະຫວັດ ຂະນະທີ່ປະເທດເບັນຢຽມ ເປັນອີກປະເທດໜຶ່ງທີ່ປະເຊີນອຸທົກກະໄພຄັ້ງນີ້ຢ່າງຮຸນແຮງເຊັ່ນດຽວກັນ ມີຜູ້ເສຍຊິວິດເພີ່ມຂຶ້ນເປັນຢ່າງໜ້ອຍ 27 ຄົນ.
ແຫຼ່ງຂ່າວ : Reuters

