ອົງການເພື່ອມະນຸດສະທໍາ ແລະ ການຮ່ວມມື ປະຈໍາ ສປປ ລາວ ສະໜັບສະໜູນ 1.077.277 ໂດລາ ພາຍໃຕ້ໂຄງການເຊື່ອມສານ ການກັນ ແລະ ຄວບຄຸມພະຍາດຕິດຕໍ່

ວັນທີ 13 ກໍລະກົດ 2021 ຜ່ານມານີ້ ພະແນກສາທາລະນາ ສຸກແຂວງສະຫວັນນະເຂດ ໄດ້ມີພິທີເຊັນສັນຍາຮ່ວມ (MOU) ລະຫວ່າງ ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຮ່ວມກັບອົງການເພື່ອມະນຸດສະທໍາ ແລະ ການຮ່ວມມື ປະຈໍາ ສປປ ລາວ ໂຄງການເຊື່ອມສານ ການກັນ ແລະ ຄວບຄຸມພະຍາດ HIV ພະຍາດເອດ, ວັນນະໂຣກ, ໄຂ້ມາລາເຣຍ ໃຫ້ກຽດເປັນປະທານໂດຍທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາ, ທ່ານ ລີແນ ຄາຣາບາຍ ຫົວໜ້າອົງການເພື່ອມະນຸດສະທໍາ ແລະ ການຮ່ວມມືປະຈໍາ ສປປ ລາວ, ທ່ານ ຕຽງຄໍາ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມດ້ວຍພະນັກງານວິຊາການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ລັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ເພື່ອອອກເເບບປຶ້ມຄູມືການເຊື່ອມສານການຈັດຕັ້ງປະຕິບັດກິດຈະກໍາກ່ຽວກັບພະຍາດ HIV ພະຍາດເອດ ວັນນະໂຣກ, ໄຂ້ມາລາເຣຍ ເຂົ້າໃນວຽກງານແມ່ ແລະ ເດັກ ໂດຍການບໍລິການແບບເຄື່ອນທີ່ ແລະ ການລົງຢ້ຽມຢາມຄອບຄົວຂອງປະຊາຊົນຂັ້ນບ້ານໃນເຂດເມືອງທ່າປາງທອງ ແລະ ເມືອງພີນ, ລວມມີ 113 ບ້ານເປົ້າໝາຍ. ໃນນີ້, ເມືອງທ່າປາງທອງ ມີ 71 ບ້ານ ແລະ ເມືອງພີນ 42 ບ້ານ, ຄາດວ່າຈະມີຜູ້ໄດ້ຮັບຜົນປະໂຫຍດທັງທາງກົງ ແລະ ທາງອ້ອມເປັນຕົ້ນແມ່ນ ແມ່-ເດັກນ້ອຍ, ອາສາສະໝັກຂັ້ນບ້ານ, ພະນັກງານແພດໝໍ ແລະ ຄະນະກໍາມະການສຸຂະພາບຂັ້ນເມືອງ ເກືອບ 1 ແສນຄົນ. ງົບປະມານສໍາລັບໂຄງການນີ້, ມີທັງໝົດ 1.077.277 ໂດລາ ແລະ ຈະສິ້ນສຸດໂຄງການ ໃນວັນທີ 30 ມິຖຸນາ 2023.

