ກອງປະຊຸມລັດຖະບານຊຸດທີ IX ເປີດກວ້າງຄັ້ງທີ I ປີ 2021

ກອງປະຊຸມ ເປີດກວ້າງຄັ້ງທີ I ຂອງລັດຖະບານຊຸດທີ IX ປີ 2021 ຜ່ານລະບົບທາງໄກ ໄຂຂຶ້ນວັນທີ 6 ກໍລະກົດ ແລະ ຈະດຳເນີນໄປຈົນເຖິງວັນທີ 8 ກໍລະກົດ 2021ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ
ກອງປະຊຸມຄັ້ງນີ້ຈະໄດ້ຕີລາຄາສະພາບການ, ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຫລາຍບັນຫາທີ່ສໍາຄັນເປັນຕົ້ນ, ສ້າງຄວາມເປັນເອກະພາບ ຕໍ່ການສະຫລຸບຕີລາຄາການຈັດ ຕັ້ງປະຕິບັດວຽກງານ ຂອງລັດຖະບານ 6 ເດືອນ ຕົ້ນປີ ແລະ ທິດທາງວຽກຈຸດສຸມ 6 ເດືອນ ທ້າຍປີ 2021, ພ້ອມທັງສະຫລຸບສະພາບພົ້ນເດັ່ນ ເດືອນມິຖຸນາ ແລະ ແຜນວຽກຈຸດສຸມ ເດືອນກໍລະກົດ 2021.
ສະຫລຸບຕີລາຄາຜົນການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19, ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021, ນະໂຍບາຍຂອງລັດຖະບານ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບ ແລະ ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021.

