ສະ​ຫະ​ພາບ​ເອີ​ຣົບ​ກຽມ​ເປີດ​ປະ​ເທດ​ໃຫ້​ຄົນ​ທີ່​ສັກ​ວັກ​ຊີນ​ແລ້ວ​ມາ​ທ່ຽວ​ໄດ້ – ບໍ່​ມີ​ຊິ​ໂນ​ແວັກ​ໃນ​ລາ​ຍກ​ານ

     ສະ​ຫະ​ພາບ​ເອີ​ຣົບ​ກຽມ​ເປີດ​ປະ​ເທດ​ໃຫ້​ຄົນ​ທີ່​ສັກ​ວັກ​ຊີນ​ແລ້ວ​ມາ​ທ່ຽວ​ໄດ້ໂດຍ​ຈະ​ບໍ່​ກວດ​ໂຄວິດ – 19 ແລະ ບໍ່​ຕ້ອງ​ກັກ​ໂຕ, ແຕ່​ວັ​ກ​ຊີນ​ທີ່​ໄດ້​ຮັບ​ການ​ຮັບ​ຮອງບໍ່​ມີ​ຊິ​ໂນ​ແວັກ​ໃນ​ລາ​ຍ​ການ.

ໃນ​ວັນ​ທີ 20 ພຶດ​ສະ​ພາ 2021, nytimes ລາຍ​ງານ​ວ່າ 27 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາບ​ເອີ​ຣົບ​ມີ​ການ​ເຫັນ​ດີ​ວ່າ​ຈະ​ເປີດ​ຊາຍ​ແດນ​ໃຫ້​ແກ່​ນັ​ກ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ການ​ສັກ​ວັກ​ຊີນ​ໂຄວິດ – 19 ຢ່າງ​ຄົບ​ຖ້ວນ​ ໂດຍ​ວັກ​ຊີນ​ທີ່​ໄດ້​ຮັບ​ການ​ອະ​ນຸ​ມັດ ເພື່ອ​ໃຫ້​ທັນ​ສຳ​ລັບ​ການ​ທ່ອງ​ທ່ຽວ​ໃນ​ໄລ​ຍະ​ລະ​ດູ​ຮ້ອນ.

ລາຍ​ງານ​ຂ່າວ​ລະ​ບຸ​ວ່າ​ກົດ​ດັ່ງ​ກ່າວ​ຈະ​ຖືກ​ໃຊ້​ເປັນ​ນະ​ໂຍ​ບາຍ​ຢ່າງ​ເປັນ​ທາງ​ການ​ໃນ​ອາ​ທິດ​ໜ້ານີ້​ຫລັງ​ຈາກ​ທີ່​ຈັດ​ການ​ກ່ຽວ​ກັບ​ລະ​ບົບ​ລາດ​ຊະ​ການ​ຮຽບ​ຮ້ອຍ ແລະ ຂຶ້ນ​ຢູ່​ກັບ​ວ່າ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ກຽມ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ໄດ້​ດີ​ປານ​ໃດ ບາງ​ປະ​ເທດ ເຊັ່ນ : ເກ​ຣັກ ໄດ້​ອອກ​ມາ​ລະ​ບຸ​ວ່າ​ຈະ​ຍົກ​ເລີກ​ຂໍ້​ກຳ​ນົດ​ການກວດ​ໂຄວິດ – 19 ແລະ ການ​ກັກ​ໂຕ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ທີ່​ສັກ​ວັກ​ຊີນ​ແລ້ວ.

ທັງ​ນີ້ ນັກ​ທ່ອງ​ທ່ຽວ​ທີ່​ຈະ​ເດີນ​ທາງ​ເຂົ້າ​ປະ​ເທດ​ໃນ​ສະ​ຫະ​ພາບ​ເອີ​ຣົບ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ສັກ​ວັກ​ຊີນ​ຢ່າງ​ນ້ອຍ 2 ອາ​ທິດ​ກ່ອນ​ເດີນ​ທາງ​ມາ​ເຖິງ ເຊິ່ງ​ຕ້ອງ​ມີ​ຫລັກ​ຖານ​ຢັ້ງ​ຢືນ​ຈາກ​ໜ່ວຍ​ງານ​ກຳ​ກັບ​​ເບິ່ງ​ແຍງຂອງ​ຕົນ​ເອງ ຫລື ໂດຍ​ອົງ​ການ​ອະ​ນາ​ໄມ​ໂລກ.

ສຳ​ລັບ​ວັກ​ຊີນ​ທີ່​ຢູ່​ໃນ​ລາຍ​ການ​ທີ່​ຫາກ​ສັກ​ແລ້ວ​ສາ​ມາດ​ເດີນ​ທາງ​ເຂົ້າ​ສະ​ຫະ​ພາບ​ເອີ​ຣົບ​ນັ້ນ​ໄດ້​ແກ່ :

  • ແອ​ສ​ຕ​ຣ້າ​ເຊນ​ເນ​ກ້າ.
  • ຈອນ​ສັນ ແອນ ຈອນ​ສັນ.
  • ໂມ​ເດີ​ນາ.
  • ໄຟ​ເຊີ.
  • ຊິ​ໂນ​ຟາມ.

ແນວ​ໃດ​ກໍ​ຕາມ ຫາກ​ນັກ​ທ່ອງ​ທ່ຽວ​ທີ່​ຕ້ອງ​ການ​ຈະ​ເດີນ​ທາງ​ມາ​ຍັງ​ປະ​ເທດ​ສະ​ຫະ​ພາບ​ເອີ​ຣົບ​ແລ້ວ ຍັງ​ບໍ່​ໄດ້​ຮັບ​ການ​ສັກ​ວັກ​ຊີນ, ແຕ່​ເດີນ​ທາງ​ມາ​ຈາກ​ປະ​ເທດ​ທີ່ບໍ່​ແມ່ນ​ປະ​ເທດ​ກຸ່ມ​ສ່ຽງ​ກໍ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເດີນ​ທາງ​ມາ​ໄດ້​ດ້ວຍ​ເຫດ​ຜົນ ເຊັ່ນ : ການ​ມາ​ພັກ​ຜ່ອນ ຫລື ເຮັດ​ທຸ​ລະ​ກິດ.