ປາຊາດີນ ກິນດີ ມີປະໂຫຍດ

1. ອຸດົມໄປດ້ວຍທາດອາຫານຫລັກໆ : ຄາໂບໄຮເດຣດ, ໄຂມັນ ແລະ ໂປຣຕິນ. ໃນປາຊາດີນມີໂປຣຕິນເກືອບ 23 ກຣາມ, ໄຂມັນ 10,5 ກຣາມ ແລະ ໄຂມັນອີ່ມໂຕ 1,4 ກຣາມ ເໝາະສົມກັບຄົນຢາກຫລຸດນຳ້ໜັກ.

2. ຮັກສາລະດັບນຳ້ຕານໃນເລືອດ : ໄຂມັນ ແລະ ໂປຣຕິນດີຕໍ່ສຸຂະພາບ ຊ່ວຍຄຸມນຳ້ຕານໃນກະແສເລືອດໄດ້ ເປັນທາງເລືອກທີ່ດີສຳລັບຄົນເປັນພະຍາດເບົາຫວານ ຫລື ຜູ້ມີບັນຫາກ່ຽວຂ້ອງກັບອິນຊູລີນ.
3. ຮັກສາສຸຂະພາບຈິດ : ມີກົດໄຂມັນໂອເມກ້າ 3 ສາມາດປ້ອງກັນຄວາມຜິດປົກກະຕິທາງອາລົມ ເຊັ່ນ : ອາການຊຶມເສົ້າ, ວິຕົກກັງວົນ ແລະ ອາລົມປ່ຽນແປງໄດ້ ເພາະມີໄຂມັນ 60%. ດັ່ງນັ້ນ ໂອເມກ້າ 3 ຈຶ່ງມີບົດບາດສຳຄັນໃນການເຮັດໃຫ້ສຸຂະພາບຈິດດີໄດ້.
4. ເຕັມໄປດ້ວແຮ່ທາດ ແລະ ວິຕາມິນ : ວິຕາມິນເບ 12, ວິຕາມິນເດ, ທາດການຊຽມ ແລະ ຊີລີນຽມໄດ້ຈາກປາຊາດີນ. ວິຕາມິນເບ 12 ລະລາຍໃນນຳ້ທີ່ຊ່ວຍໃຫ້ສະໝອງ ແລະ ລະບົບປະສາດເຮັດວຽກໄດ້ດີ ຊ່ວຍຮັກສາເສັ້ນປະສາດໄວຮຽນ ໄວສຶກສາ ຄວນກິນປາຊາດີນ.
5. ປາຊາດີນດີຕໍ່ກະດູກ : ການຊຽມ, ວິຕາມິນເດ ແລະ ຟົສຟໍ ມີຄວາມສຳຄັນຢ່າງຍິ່ງສຳລັບການບຳລຸງກະດູກ, ປ້ອງກັນການສູນເສຍແຮ່ທາດໃນກະດູກເກືອບ 99% ເຊິ່ງສຳຄັນທັງຕໍ່ກະດູກ ແລະ ລະບົບປະສາດຂອງເຮົານຳ.
6. ຫລຸດການອັກເສບ : ປາຊາດີນມີກົດໄຂມັນ EPA ແລະ DHA ເຊິ່ງຮ່າງກາຍຕ້ອງການເພື່ອຫລຸດການອັກເສບຂອງຂໍ້. ໄຂມັນໂອເມກ້າ 3 ໃນປາຊາດີນຍັງຊ່ວຍຫລຸດຄວາມສ່ຽງພະຍາດຫົວໃຈ, ຊ່ວຍປົກປ້ອງຮ່າງກາຍຈາກອາການຊຶມເສົ້າ, ວິຕົກກັງວົນ, ສະມາທິສັ້ນ, ພະຍາດມະເຮັງ, ພະຍາດຫອບຫືດ ແລະ ພະຍາດຫົວໃຈຊະນິດຕ່າງໆ.
7. ການປ້ອງກັນພະຍາດຫົວໃຈ:ປາຊາດີນມີໄຂມັນດີ ສາມາດຫລຸດລະດັບໄຕຣກລີເຊີໄຣທີ່ເປັນອັນຕະລາຍໃນການເພີ່ມລະດັບ HDL ຊ່ວຍປ້ອງກັນ ແລະ ຫລຸດການອັກເສບຂອງພະຍາດຕ່າງໆ ເຊັ່ນ : ຫລຸດອາການຫົວໃຈເຕັ້ນຜິດຈັງຫວະ ເຊິ່ງອາດເປັນອັນຕະລາຍເຖິງແກ່ຊີວິດໄດ້.
8. ປາຊາດີນຊ່ວຍໃນການຫລຸດນຳ້ໜັກ : ປາຊາດີນມີໂປຣຕິນສູງ, ກາລໍຣີຕໍ່າ, ມີປະໂຫຍດສຳລັບຜູ້ທີ່ຢາກຫລຸດນຳ້ໜັກ ເນື່ອງຈາກອຸດົມໄປດ້ວຍສານອາຫານ ແລະ ຊ່ວຍຮັກສາລະບົບການເຜົາຜານທີ່ດີ.
9. ສຸຂະພາບຜິວດີ – ເພີ່ມພູມຕ້ານທານ : ຟື້ນຟູແຊນຜິວ, ຫລຸດການອັກເສບຢູ່ຜິວໜັງ ໃຫ້ຜິວສຸຂະພາບດີ, ມີຊີລີນຽມຊ່ວຍໃຫ້ລະບົບພູມຕ້ານທານ ແລະລະບົບສືບພັນດີ.

