3 ເຫດຜົນທີ່ຫຼາຍຄົນ ເລືອກສັກວັກຊີນ 2 ຊະນິດຕ່າງກັນ

ສຳນັກຂ່າວ ນິວຢອກທາມ ລາຍງານເມື່ອວັນທີ 27 ມິຖຸນາ 2021 ນີ້ວ່າ ປັດຈຸບັນ ປາກົດວ່າທຸກຄົນ, ທຸກຊາດລ້ວນແຕ່ສັກວັກຊີນ 2 ເຂັມຊະນິດດຽວກັນ ແຕ່ບັນຫານັ້ນກຳລັງຖືກປ່ຽນແປງໄປ, ມີຫຼາຍຊາດໄດ້ອະນຸຍາດໃຫ້ສັກ 2 ເຂັມຕ່າງວັກຊິນກັນໄດ້ແລ້ວ ໂດຍເຂັມທີ 1 ເປັນວັກຊິນຊະນິດໜຶ່ງ ແລະ ເຂັມທີ 2 ເປັນວັກຊິນຊະນິດຕ່າງ. ດ້ວຍເຫດຜົນທີ່ວ່າ:
1. ບັນດານັກວິທະຍາສາດໃຫ້ເຫດຜົນວ່າ ສັກວັກຊິນ 2 ຊະນິດຕ່າງກັນ ຈະສ້າງພູມຄຸ້ມກັນໄດ້ດີກວ່າ, ແຮງກວ່າ.
2. ເພື່ອເປັນການປ້ອງກັນເວລາຂາດແຄນວັກຊີນຊະນິດນັ້ນໆ ໂດຍບໍ່ໄດ້ສັກຄົບ 2 ເຂັມ.
3. ນັກວິທະຍາສາດໃຫ້ຮູ້ວ່າ ການສັກວັກຊີນ 2 ຊະນິດຕ່າງກັນ ຈະມີຄວາມປອດໄພສູງກວ່າ ເພາະມັນເກີດອາການຂ້າງຄຽງເບົາບາງ ຫຼື ປານກາງເທົ່ານັ້ນ, ເປັນຕົ້ນແມ່ນການເກີດອາການໄຂ້, ເໜື່ອຍລ້າ, ເຈັບຫົວ ຈະຫາຍໄປພາຍໃນ 48 ຊົ່ວໂມງ.

